ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ອົງມົງກຸດລາຊະກຸມມານ ນອກແວ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ອົງມົງກຸດລາຊະກຸມມານ ນອກແວ - ảnh 1

ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຕ້ອນຮັບ​ອົງ​ມົງກຸດ​ລາຊະ​ກຸມມານນອກ​​ແວ
(ພາບ: TTXVN)

(vovworld) – ວັນ​ທີ 20/3, ​ໃນ​ການ​ຕ້ອນຮັບ​ອົງ​ມົງກຸດ​ລາຊະ​ກຸ​ມມານ ລາຊະ​ອານາຈັກ ນອກ​​ແວ Haakon ​ແລະ ​ເຈົ້າ​ຍິງ Mette Marit, ທີ່​ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ ຄວາມ​ໝາຍ​ແຫ່ງ​ການຢ້ຽມຢາມ​ຂອງ ອົງ​ມົງກຸດ​ລາຊະ​ກຸ​ມມານ ​ແມ່ນ​ຂີດໝາຍ​ສຳຄັນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ກ່ວາ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ມິດຕະພາບ ນອກ​ແວ - ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ  ​ເຫັນ​ດີ​ເປັນ​ເອກະສັນ​ກັບ​ບັນດາ​ຂໍ້​ສະ​ເໜີ​ຂອງອົງມົງກຸດ​ລາຊະ​ກຸ​ມມານ  ພ້ອມ​ກັບ​ບັນດາ​ສະມາຊິກໃນຄະນະ ກ່ຽວ​ກັບ​ບັນດາ​ການ​ຮ່ວມ​ມື​ຈຸດ​ສຸມ​ລະຫວ່າງ ຫວຽດນາມ ​ແລະ ນອກ​​ແວ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ຍົກ​ສູງ​ສິດທິ​ມະນຸ​ດກ່ວາ​ອີກ. ຫວຽດນາມ ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຂົງເຂດທ່າ​ແຮງຂອງ​ ນອກ​ແວ, ສວນທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຫວັງ​ວ່າ ບັນດາ​ວິ​ສາ​ຫະກິດ​​ໃນ​ຄະນະ ຈະ​ກຳ​ໄດ້​ໂອກາດ​ລົງທຶນ ​ແລະ ມີ​ບັນດາ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື ຫວຽດນາມ. ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ, ທ່ານ​ປະທານ​ປະ​ເທດສະ​ແດງ​ວ່າ: ນີ້​ແມ່ນ​ບັນຫາ ຫວຽດນາມ ​ເອົາ​ໃຈ​ໃສ່ໃນ​ຕະຫຼອດພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ແລະ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ພວມ​ປະຕິບັດ​ນະ​ໂຍບາຍຕ່າງໆ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງ​ລັດ ​ແລະ ປະຊາຊົນ, ຜ່ານ​ນັ້ນ​ເສີມ​ຂະຫຍາຍ​ສິດ​ປະຊາທິປະ​ໄຕ​ກ່ວາ​ອີກ. ທ່ານປະທານ​ປະ​ເທດ ສະ​ເໜີ​ວ່າ: ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ, ຫວຽດນາມ ຈະ​ສວມ​ບົດບາດ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຊ່ວຍ​ໃຫ້ ນອກ​ແວ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ ອາ​ຊຽນ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ນອກ​ແວ ສະໜັບສະໜູນ ຫວຽດນາມ ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາ​ຊິກ​ຂອງ​ບັນດາ​ສະພາ​ຂຶ້ນ​ກັບ ສປຊ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ