ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຄະນະສະມາຊິກລັດຖະສະພາໜຸ່ມ ພັກປະຊາທິປະໄຕເສລີຍີ່ປຸ່ນ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຄະນະສະມາຊິກລັດຖະສະພາໜຸ່ມ ພັກປະຊາທິປະໄຕເສລີຍີ່ປຸ່ນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຕ້ອນຮັບ
ທ່ານ​ສະມາຊິກ​ສະພາ​ຕໍ່າ​ຍີ່ປຸ່ນ Matsumoto Yohei
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 29/08, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ສະມາຊິກ​ລັດຖະສະພາ​​ໜຸ່ມ ພັກ​ປະຊາທິປະ​ໄຕ​ເສລີ​ຍີ່ປຸ່ນ ​ໂດຍ​ທ່ານ​ສະມາຊິກ​ສະພາ​ຕໍ່າ​ຍີ່ປຸ່ນ Matsumoto Yohei ນຳ​ໜ້າ​ມາ​ຢ້ຽມຢາມ​ຫວຽດນາມ, ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, 2 ປະ​ເທດຫວຽດນາມ - ຍີ່ປຸ່ນ ມີ​​ເງື່ອນ​ໄຂ​ຫຼາຍ​ຢ່າງ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ເທົ່າ​ທຽມກັບ​ຂອບ​ເຂດ​ການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ​ເພື່ອ​ສັນຕິພາບ ​ແລະ ວັດ​ຖະນາ​ຖາວອນ​ຢູ່​ອາຊີ”. ທ່ານ​ປະທານ​ປະ​ເທດ​ສະ​ແດງ​ຄວາມ​ຂອບ​ໃຈລັດຖະບານ, ສະພາ​ແຫ່ງ​ຊາດ​ຍີ່​ປຸ່ນ ຊຶ່ງຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ອຸປະຖຳ​ບັນດາ​ແຫຼ່ງທຶນ​ບຸລິມະສິດ​ໃຫ້​ແກ່​ຫວຽດນາມ; ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ. ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້ 2 ປະ​ເທດຈະ​ຮັກສາ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ສືບ​ຕໍ່​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ການ​ເມືອງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ; ຜ່ານ​ນັ້ນ ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແຕ່ລະ​ຝ່າຍ.

        ສ່ວນ​ທ່ານ​ສະມາຊິກ​ສະພາ​ຕໍ່າ​ Matsumoto Yohei ​ໃຫ້​ຮູ້​ວ່າ, ບັນດາສະມາຊິກ​ລັດຖະສະພາ​​ໜຸ່ມຍີ່ປຸ່ນ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດນາມ ​ຢ່າງ​ແໜ້ນ​ແຟ້ນໃນ​ທຸກ​ຂົງ​ເຂດ​ເຊິ່ງຍີ່ປຸ່ນ ມີ​ທ່າ​ແຮງ; ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດຊາດ.

ຂ່າວ/ບົດ​ອື່ນ