ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະຫະພັນ ສສ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະຫະພັນ ສສ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ - ảnh 1

ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕ້ອນຮັບ​ປະທານ​ສະຫະພັນ​ ສສ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ

(ພາບ: Nguyễn Dân/TTXVN)

(vovworld) - ​​ວັນ​ທີ 27/4, ຢູ່​ສຳນັກງານ​ປະທານ​ປະ​ເທດ ທີ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Nikai Toshihiro, ປະທານ​ສະຫະພັນ ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ພ້ອມ​ກັບ​ຜູ້ຕາງໜ້າ​ບາງ​ກຸ່ມ​ບໍລິສັດ​ອັນ​ດັບ​ໜຶ່ງ​ຂອງ ຍີ່ປຸ່ນ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຍາມ​ໃດ ຍີ່ປຸ່ນ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກ່ວາ ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຍີ່ປຸ່ນ ສືບ​ຕໍ່​ລົງທຶນ​ຢູ່ ຫວຽດນາມ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ Nikai Toshihiro ​ແລະ ບັນດາ​ສະມາຊິກ​ໃນສະຫະພັນ ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ, ສະໜັບສະໜູນ, ສົ່ງ​ເສີມ​ລັດຖະບານ ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ກ່ວາ​ອີກ.

        ທ່ານ​ປະທານສະຫະພັນ ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ Nikai Toshihiro ຢືນຢັນ​ວ່າ: ສະຫະພັນ ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຈະ​ເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ