ປະທານປະເທດ ເຈືອງເຕີນຊາງ ຕອບສຳພາດຕໍ່ ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ

ປີ 2011 ຜ່ານ​ມາ, ປະ​ເທດຫວຽດນາມ​ບັນລຸ​ໄດ້ຜົນ​ງານ​ສຳຄັນ​ຫລາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ສ້າງ​ປະຖົດປັດ​ໃຈ​ຢ່າງ​ໝັ້ນຄົງ​ໃຫ້​ແກ່​ປະ​ເທດ​ຊາດ​ເພື່ອ​ກ້າວ​ເຂົ້າ​ສູ່​ປີ 2012 ດ້ວຍ​ສັນຍານ​ດີ​ພໍ​ສົມຄວນ. ​ເນື່ອງ​ໃນ​ໂອກາດ​ຕົ້ນ​ປີ​ໃຫມ່​ປີ​ມະ​ໂຣງ, ທ່ານ​ປະທານ​ປະ​ເທ​ດຫວຽດນາມ ​ເຈືອງ​ເຕີນ​ຊາງ​ໄດ້​​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ກ່ຽວ​ກັບ​ໝາກຜົນ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ກໍ​ຄື​ວຽກ​ງານ​ປະຕິ​ຮູບ​ດ້ານຕຸລາການ​ຢູ່​ຫວຽດນາມ. ນີ້​ແມ່ນ​ບັນດາ​ຂົງ​ເຂດ​ມີ​ຄວາມ​ສຳຄັນ​ຍິ່ງ ຮັບປະກັນ​ໃຫ້​​ການ​ພັດທະນາຢ່າງ​ເປັນ​ປົກກະຕິ ປະກອບສ່ວນ​ປັບປຸງ​ທີ່​ຕັ້ງ​ບົດບາດ ​ແລະ ​ແຫ​ລ່ງກຳລັງ​ຂອງ​ປະ​ເທດ​ຊາດ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

        ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ຜົນງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນ​ປີຜ່ານມາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ຊີ້​ແຈງ​ວ່າ: ປີ 2011 ​ແມ່ນ​ປີ​ທຳ​ອິດ​ແຫ່ງ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທົ່ວະ​ເທດ​ຄັ້ງ​ທີ11, ຜັນ​ຂະຫຍາຍ​ ມະ​ຕິ ມະ​ຕິ ຢ່າງຮອບດ້ານ​ ນັບ​ທັງ​ນະ​ໂຍບາຍ​ພາຍ​ໃນ ​ແລະ ການ​ຕ່າງປະ​ເທດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11ຂອງ​ພັກ ​ໄດ້​ສືບ​ຕໍ່​ຢືນຢັນ ​ແລະ ພັດທະນາ​ແນວທາງ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 6 ຂອງ​ພັກ. ບົນ​ເນື້ອ​ໃນ​ຈິດ​ໃຈ​ ຫວຽດນາມ​ຢາກ​ເປັນ​ເພື່ອນ​ມິດ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊ່ືອ​ໃຈ​ຂອງ​ປະຊາ​ຊາດ​ໃນ​ໂລກ, ​ເພື່ອ​ສັນຕິພາບ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ພ້ອມ​ກັນ​ຮ່ວມ​ມື, ພັດທະນາ, ​ແນວທາງ​ນີ້​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ກວ່າ. ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ:

        “ທີ​ຫນື່ງ​ແມ່ນ ບັນຫາ​ການ​ເມືອງ​ການ​ຕ່າງປະ​ເທດ​ ປັບປຸງ ​ແລ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ ຫວຽດນາມ ​ແລະ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ກ່ຽວຂ້ອງ. ບັນດາ​ການ​ຢ້ຽມຢາມ​ເວົ້າ​ສະ​ເພາະ ​ແລະ ການ​ຜັນ​ຂະຫຍາຍ​ແນ​ວທາງ​ການ​ຕ່າງປະ​ເທດ​ຢ່າງ​ຮອບດ້ານ​ເວົ້າ​ລວມ​ໃນ​ຕະຫລອດ​ປີ 2011 ​ແມ່ນ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ທີ່​ສຸດ. ​ໃນ​ຂະນະ​ທີ່ສະພາບ​ການ​ເສດຖະກິດ​ໂລກ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ວິ​ກິດ​ການ​ການ​ເງິນ, ການ​ຊຸດ​​ໂຊມ​​ໃນທົ່ວ​​ໂລກ​ໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ບັນດາ​ປະ​ເທດ, ​ໃນ​ນັ້ນ ມີ​ຫວຽດນາມ ​ແຕ່​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຊາດ, ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃນ​ໂລກ ທີ່​ມີ​ຕໍ່​ ຫວຽດນາມ ຍັງເພີ່ມ​ຂຶ້ນ. ຂ້າພະ​ເຈົ້າ​ຖື​ວ່າ ມັນບໍ່​​ແມ່ນ​ເລ່ືອງ​ບັງ​ເອີນ ຫາກ​ມັນ​ເລີ່​ມຕົ້ນ​ຈາກ​ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ແນວທາງ​ການ​ເມືອງ​ການ​ຕ່າງປະ​ເທດ​ອັນ​ສອດ​ຄອ່ງ,ຖືກຕ້ອງພ້ອມກັບ​ພະລັງພາຍ​ໃນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ຕົນ​.”

        ຕາມ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລ້ວ, ບັນຫາ​ທີ​ສອງ​ທີ່​ຕ້ອງ​​ເຮັດ​​ໃຫ້​ດີ​ຂຶ້ນ​ນັ້ນ​ແມ່ນ ເສດຖະກິດ​ການ​ຄ້າ​. ຫວຽດນາມ ມີ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ກັບ​ຫລາຍ​ປະ​ເທດ​ໃນ​ໂລກ​ຢ່າງ​ກວ້າງຂວາງ. ປີ 2011 ​ແມ່ນ​ປີ ທີ່​ຫວຽດນາມ ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໄດ້, ຫລາຍ​ຂົງ​ເຂດ​ເສດຖະກິດ​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ,​ການຈະ​ເລີ​ນ​ເຕີ​ບ​ໂຕ​ໃນ​ປີ​ບັນລຸ​ປະມານ 6%.

        ທ່ານ​ປະທານ​ປະ​ເທດ​ກໍ​ຖື​ວ່າ ບັນຫາ​ທີ 3 ​ໃນ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ກໍ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ທັງ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ຄວາມສັນຕິ​ພາບ​ໄດ້​ຮັບ​ການ​ຮັກສາ​​ໄວ້ຢ່າງ​ໝັ້ນຄົງ​ເພື່ອ​ປະຕິບັດ​ການ​ຫັນ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ຕາມ​ແນວທາງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

        ດ້ວຍ​ຖານະ​ແມ່ນ​ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານຕຸລາການ​ສູນ​ກາງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ​ສະ​ເຫ​ນີເນື້ອ​ໃນ​ຫນຶ່ງ​ທີ່ສຳຄັນ​ ນັ້ນ​ແມ່ນວາງ​ແຜນ​ກຳນົດ ຍົກ​ສູງ​ວຽກ​ງານ​ປະຕິ​ຮູບ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ໃນ​ເນື້ອ​ໃນ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖື​ວ່າ: ບັນດາ​ໝາກຜົນ​ນີ້​ແມ່ນ​ຜົນງານ​ເບື້ອງ​ຕົ້ນ​ໃຫ້​ແກ່​ບາດກ້າວ​ຕໍ່​ໄປ ​ເພື່ອ​ຜັນ​ຂະຫຍາຍ​ ​ແນວທາງ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ຢ່າງຮອບດ້ານ ​ໃນ​ປີ 2012, ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສະດວກ, ຜ່າ​ນຜ່າ​ບັນດາ​ສິ່ງ​ທ້າ​ທາຍ ຄວາມ​ຫຍຸ້ງຍາກ ​ເພື່ອ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃຫມ່​. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຊີ້​ແຈງ​ວ່າ:

        “ຜ່ານ​ຫນຶ່ງ​ປີ​ອາດ​ຈະ​ເວົ້າ​ໄດ້​ວ່າ ຕໍ່ຫນ້າ​ສະພາບ​ການ​ຂອງ​ໂລກທີ່​ໄປ​ດ້ວຍ​ຄວາມ​ສັບສົນ​ຫລາຍ​ຢ່າງ, ​ຢູ່​ພາຍ​ໃນ​ປະ​ເທດ​ຄຽງ​ຂ້າງ​ສິ່ງ​ສະດວກ​ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນ​, ບັນດາ​ຄວາມ​ມານະ​ພະຍາຍາມ​ນັ້ນ​ໄດ້​ນຳ​ມາ​ຊຶ່ງ​ບັນດາ​ປະສິດທິ​ຜົນ​ດີ​ພໍ​ສົມຄວນ. ກ່ຽວ​ກັບ​ເສດຖະກິດ ສັງຄົມ, ຂ້າພະ​ເຈົ້າ​ຖືວ່າ ມີ​ບັນດາ​ຄວາມ​ຄືບ​ຫນ້າ​ພໍ​ສົມຄວນ, ໝາຍ​ຄວາມ​ວ່າ ບັນດາ​ນະ​ໂຍບາຍ, ​ແຜນ​ນະ​ໂຍບ​າຍທີ່​ໄດ້​ວາງ​ອອກ​ແມ່ນ​ຖືກຕ້ອງ ສະ​ນັ້ນ ຈຶ່ງ​ບັນລຸ​ໄດ້​ໝາກຜົນ​ຄື​ແນວ​ນັ້ນ.”

        ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖື​ວ່າ ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ທີ່​ສຳຄັນ​ຂອງປີ 2011 ຈະ​ສ້າງ​ປະຖົມ​ປັດ​ໃຈ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ຈຸດໝາຍ​ຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ​ແລະ​ທັນ​ສະ​​ໄໝ./.

ຕອບກັບ

ຂ່າວ/ບົດ​ອື່ນ