ປະທານປະເທດ ເຈືອງເຕີນຊາງ ພົບປະກັບ ຄົນພິການທີ່ດີເດັ່ນໃນທົ່ວປະເທດ

ປະທານປະເທດ ເຈືອງເຕີນຊາງ ພົບປະກັບ ຄົນພິການທີ່ດີເດັ່ນໃນທົ່ວປະເທດ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ພົບ​ປະ​ກັບ​ຄົນ​ພິການທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 17/04, ຢູ່​ສຳນັກງານ​ປະທານ​ປະ​ເທດ​, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ​ກັບ​ຄະນະ​ຜູ້​ແທນ​ຄົນ​ພິການທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ ​ເນື່ອງ​ໃນ​ໂອກາດ​ວັນ​ເພື່ອ​ຄົນ​ພິການ​ຫວຽດນາມ 18/04. ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ, ​ໃນ​ຊຸມ​ປີ​ຜ່ານ​ມາຍາມ​ໃດພັກ, ລັດກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວົງ​ຄະນະ​ຍາດ​ຄົນ​ພິການ ດ້ວຍ​ບັນດາ​ນະ​ໂຍບາຍ ​ແລະ ລະບອບ​ລະອຽດ, ​ແທດ​ຈິງ ຊ່ວຍ​ຄົນ​ພິການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີວິດ​ສັງຄົມ​ເທື່ອ​ລະ​ກ້າວ. ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງສືບ​ຕໍ່​ປັບປຸງລະບົບ​ນະ​ໂຍບາຍ​ກ່ຽວ​ກັບ​ຄົນ​ພິການ​ໃຫ້​ສຳ​ເລັດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ ຕ້ອງ​ເອົາ​ໃຈ​ໃສ່​​ເຖິງຊີວິດ​ການ​​ເປັນ​ຢູ່, ການ​ດຳລົງ​ຊີວິດ ​ແລະ ມີ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ໃຫ້​ຄົນ​ພິການ​ຢູ່​ທ້ອງ​ຖິ່ນ​ກວ່າ​ອີກ. ພິ​ເສດ, ບັນດາ​ອົງການ, ອົງການ​ຈັດ​ຕັ້ງ ​ແລະ ບຸນ​ຄົນ​ທີ່ເຄື່ອນ​ໄຫວ​ເພື່ອ​ຄົນ​ພິການທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ສະຫະ​ສະມາຄົມ​​ຄົນ​ພິການ​ຫວຽດນາມ, ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ໜ້າ​ທີ່​ຂອງ​ຕົນ​ໃນ​ວຽກ​ງານ​ໜູນ​ຊ່ວຍ ​ແລະ ປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດ​ຂອງ​ຄົນ​ພິການ, ພ້ອມທັງ​ມີ​ຮູບການ​ເຊີດ​ຊູ​​ຄົນ​ພິການ​ທີ່​ເປັນແບບຢ່າງ​​ໃນ​ການບື່​ນຕົວ​ຂຶ້ນ​ໃນ​ຊີວິດຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ