ປະທານປະເທດ ເຈືອງເຕິ໋ນຊາງ ອວຍພອນປີໃໝ່ຢູ່ແຂວງ ບິ່ນເຢືອງ
(ພາບອິນໂຕແນດ8
(vovworld) – ຕອນເຊົ້າວັນທີ 11/2, ໝາຍເຖິງວັນທີ 2 ຂອງບຸນປີໃໝ່, ປີມະເສັງ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ກຳມະກອນ, ພາລະກອນ ບໍລິສັດ Friesland Campina ຢູ່ແຂວງບິ່ນເຢືອງ. ທ່ານປະທານປະເທດຕີລາຄາສູງໝາກຜົນເຊິ່ງບໍລິສັດບັນລຸໄດ້ນັບແຕ່ໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ຕາມນັ້ນແລ້ວ, ໃນ 16 ປີ ແຫ່ງການຜະລິດ ດຳເນີນທຸລະກິດຢູ່ຫວຽດນາມ, ບໍລິສັດສ້າງມູນຄ່າໄດ້ 2,5 ຕື້ໂດລາສະຫະລັດ, ມອບເຂົ້າງົບປະມານ 500 ລ້ານໂດລາສະຫະລັດ, ລົງທຶນ 155 ລ້ານໂດລາສະຫະລັດ, ກໍ່ສ້າງ ໂຮງງານ 2 ແຫ່ງຢູ່ແຂວງບິ່ນເຢືອງ ແລະ ຮ່ານາມ. ຊີວິດຂອງກຳມະກອນໄດ້ຮັບປະກັນ, ເງິນເດືອນສະເລັ່ຍແມ່ນ 16,7 ລ້ານດົ່ງ/ຄົນ/ເດືອນ. ທ່ານປະທານກໍ່ໄດ້ໄປຢ້ຽມຢາມບາງໂຮງຈັກໃນບໍລິສັດ, ມອບຂອງຂວັນ ແລະ ຢື້ຢາມຖາມຂ່າວການດຳລົງຊີວິດຂອງອ້າຍນ້ອງກຳມະກອນອີກດ້ວຍ.