ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມໂຮງຮຽນຊັ້ນກາງປ້ອງກັນຄວາມສະຫງົບປະຊາຊົນເລກ 1

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມໂຮງຮຽນຊັ້ນກາງປ້ອງກັນຄວາມສະຫງົບປະຊາຊົນເລກ 1 - ảnh 1
ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມອບຫຼຽນໄຊວິລະກຳຊັ້ນໜຶ່ງໃຫ້ແກ່ໂຮງຮຽນ

(vovworld) - ຕອນ​​ເຊົ້າ​ວັນ​ທີ 13/5, ກ່າວຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ວິລະກຳຊັ້ນ​ໜຶ່ງ ຂອງ​ໂຮງຮຽນຊັນກາງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນເລກ 1, ທ່ານ​ປະ​ທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ​ໃນ​ສະພາບ​ການ​ໂລກ ​ແລະ​ ພາກ​ພື້ນ​ມີ​ການ​ຜັນ​​ແປ​ຕ່າງໆ​ທີ່​ສັບສົນ, ຍາກ​ທີ່​ຄາດ​ຄະ​ເນ​ໄດ້​ລ່ວງ​ໜ້າ, ພາລະກິດ​ປ່ຽນ​ແປງ​ໃໝ່, ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດຂອງ ຫວຽດນາມ ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ​ແຕ່​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງທ້າ​ທາຍບໍ່​ແມ່ນ​ໜ້ອຍ. ​ສະພາບ​ການດັ່ງກ່າວ​ໄດ້​ວາງ​ອອກ​ໜ້າ​ທີ່​ໜັກໜ່ວງ​ທີ່​ສຸດໃຫ້​ວຽກ​ງານປ້ອງ​ກັນຄວາມ​ສະຫງົບ. ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ​.

“​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ, ລັດ, ປະຊາຊົນ​ມອບ​ໝາຍ​ໃຫ້ນັ້ນແມ່ນ, ຮຽກຮ້ອງ​ໃຫ້​ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ປະຕິວັດເປັນກຳລັງ​ຫຼວງທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ຢ່າງ​ໝັ້ນຄົງ, ຈົ່ງຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະ​ເທດ​ຊາດ, ພ້ອມ​ແລ້ວ​ທີ່​ຈະ​ອຸທິດ​ສ່ວນ, ​ເສຍສະຫຼະ​ຊີວິດ​ເພື່ອ​ຄວາມ​ສະຫງົບ​ຂອງ​ການດຳລົງຊີວິດ, ​ເພື່ອ​ຄວາມ​ສຸກ​ຂອງ​ປະຊາຊົນ. ໂດຍແມ່ນ​ຮາກ​ຖາ​ນບຳລຸງ​ສ້າງ​ພະນັກງານ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ມີ​ຊື່​ສຽງ​ຂອງ​ຂະ​ແໜງ​ຕຳຫຼວດ, ​ໂຮງຮຽນ​ຊັ້ນກາງປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນເລກ 1 ມີ​ຄວາມ​ເປັນ​ກຽດ ​ແລະ ຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​, ເຂົ້າ​ຮ່ວມ​​ການ​ປະຕິບັດ​ໜ້າ​ທີ່​ອັນໜັກ​ໜ່ວງ ​ແລະ ສູງ​ສົ່ງ​ນີ້”.

 

 

 

ຂ່າວ/ບົດ​ອື່ນ