ປະທານປະເທດ ເຈືອງເຕີນຊາງ ເຄື່ອນໄຫວຢ້ຽມຢາມ ສປປ ລາວ

ປະທານປະເທດ ເຈືອງເຕີນຊາງ ເຄື່ອນໄຫວຢ້ຽມຢາມ ສປປ ລາວ - ảnh 1

ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພົບ​ປະ​ເຈລະຈາ​ກັບ​

ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້

(ພາບ:Truongtansang.net)

( vovworld ) - ​ວັນ​ທີ 10/2, ​ໂດ​ຍ​ສືບ​ຕໍ່​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສປປລາວ ຢ່າງ​ເປັນ​ທາງ​ການ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ດ້ວຍພັນ​ລະ​ຍາ ​ແລະ ​ຄະນະ​ຜູ້​ແທນ​ຂັ້ນສູງ​ລັດຖະບານ​ ຫວຽດນາມ ​ໄດ້​ອອກ​ຈາກ​ນະຄອນຫຼວງ ວຽງຈັນ ​ເດີນທາງ​ໄປ​ຢ້ຽມຢາມ​ແຂວງ​ ຈຳປາ​ສັກ.

  ​ເມື່ອ​ໄປ​ຢ້ຽມຢາມ​ໂຮງງານ​ປຸງ​ແຕ່ງ​ຢາງ​ພາລາ 27/2 ສັງກັດ​ບໍລິສັດ​ຫຸ້ນ​ສ່ວນ​ຢາງພາລາ​ຫວຽດ-ລາວ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ບໍລິສັດ​ໃນ​ການ​ລົງທຶນ​ເຂົ້າລາວ ​ແລະ​ຖື​ວ່າ, ການ​ເຄື່​ອນ​ໄຫວ​ຂອງ​ບໍລິສັດ​ໄດ້​ປະກອບສ່ວນ​​ແກ້​ໄຂ​ວຽກ​ເຮັດງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ລາວ​ນັ​ບ ຮ້ອຍ​ຄົນ ພ້ອມ​ທັງ​ໄດ້​ປະກອບສ່ວນ​ລົບ​ລ້າງ​ຄວາມອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ຢູ່ບໍລະເວນມີ​ໂຄງການ. ຕໍ່​ຈາກ​ນັ້ນ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​​ ໄດ້​ເຂົ້າຮ່ວມ​ພິທີ​ເປີດ​ສະຫຼອງ​ສະຖານີ​ວິທະຍຸ​ກະຈາຍສຽງ​ ປາກ​ຊອງ ຊື່​ງ​ແມ່ນ​ໜື່ງ​ໃນ​ບັນດາ​ໂຄງການ​ກໍ່ສ້າງ​ດ້ວຍ​ແຫຼ່ງທຶນ ODA ຂອງ​ລັດຖະບານ ຫວຽດນາມ ສະຫງວນ​ໃຫ້​ບັນດາ​ເຂດ​ຫ່າງ​ໄກ​ສອກຫລີກ​ຂອງ​ລາວ. ​ເຫດການ​ນີ້​ແມ່ນ​ການສະ​ແດງ​ໃຫ້ເຫັນນ້ຳໃຈ​ມິດຕະພາບ, ຄວາມສາມັກຄີລະຫວ່າງ​ສອງ​ປະ​ເທດຢ່າງ​ມີ​ຊີວິດ​ຊີວາ ​ແລະ ກໍ​ແມ່ນ​ໜື່ງ​ໃນ​ບັນດາ​ການ​ເຄື​ອ່ນ​ໄຫວ​ສຳຄັນ ຂ່ຳນັບ​ຮັບ​ຕ້ອນ​ພິທີ​ສະເ​ຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ມິດຕະພາບ​ພິ​ເສດ ຫວຽດນາມ-ລາວ.

ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ໄດ້​ເຂົ້າຮ່ວມ​ການ​ໂອ້​ລົມ​ສົນທະນາ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽ​ດນາມ ​ຢູ່​ບັນດາ​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້ ລາວ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ເນັ້ນໜັກ​ວ່າ: “ຫວຽດນາມ​ ປາດ​ຖະຫນາ​ວ່າ, ​ໃນ​ປີ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ມີ​ການ​ປ່ຽນ​ແປງ​ທີ່ສຳຄັນ​ເມື່ອ​ທຽບ​ກັບ​ຊຸມ​ປີ​ກ່ອນ ​ເພື່ອ​ເຮັດໃຫ້ ວົງເງິນການຄ້າສອງສົ້ນລະຫວ່າງ ສອງປະເທດ ຮອດ​ປີ 2015ບັນລຸ​ໃຫ້ໄດ້ກ່ວາ 2 ຕື້​ໂດ​ລາ​ສະຫະລັດ”.

   ກ່ອນ​ໜ້ານັ້ນ, ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 9/2, ທ່ານ​ເລຂາທິການ​ໃຫ່ຍ​, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ​ ໄດ້​ຈັດ​ງານ​ລ້ຽງ​ຕ້ອນ​ຮັບປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ​ພັນ​ລະ​ຍາ​ພ້ອມ​ດ້ວຍຄະນະ​ຜູ້​ແທນ​ຂັ້ນສູງ​ລັດຖະບານ​ ຫວຽດນາມ ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍ​, ປະທານ​ປະ​ເທດ ​ລາວ ​ເນັ້ນໜັກ​ວ່າ: ການຢ້ຽມຢາມສັນທະວະ​ໄມຕີ ສປປລາວ ຢ່າງ​ເປັນ​ທາງ​ການຂອງ​ຄະນະ​ຜູ້​ແທນ​ຂັ້ນສູງ​ລັດຖະບານ ​ຫວຽດນາມ​ ​ໂດຍປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ນຳ​ຫນ້າ ​ໄດ້​ນຳ​ບັນດາ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊີ່ງ, ຄວາມ​ສາມັກຄີ​ແບບ​ພິ​ເສດ; ຄວາມ​ສະໜິດ​ກຕິດ​ພັນ, ສັດ​ຊື່​ບໍລິສຸດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽ​ດນາມ ອ້າຍ​ນ້ອງ ​ມາໃຫ້​​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ ລາວ. ສ່ວນປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຢືນ​ຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ນັ້ນ​ແມ່ນພັກ, ລັດ ​ແລະ ປະຊາຊົນ ຫວຽ​ດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບພັກ, ລັດ ​ແລະ ປະຊາຊົນ ລາວ ​ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ​ແບບ​ພິ​ເສດ, ​ຮຽງ​ບ່າ​ຮຽງ​ໄລ່, ຮ່ວມ​ແຮງ​ຮ່ວມ​ໃຈ ປະກອບສ່ວນ​ສ້າງສາ​ສອງ​ປະ​ເທດ ຫວຽດນາມ ​ແລະ​ ລາວ ​ໃຫ້ນັບ​ມື້​ນັບ​ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ອີ່​ມໜຳ​ສຳລານ ​ແລະ​ ສົມບູນ​ພູນ​ສຸກ.

    ​ແລະ​ກໍ​ໃນ​ວັນ​ທີ 9/2, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ແລະ​ປະທານ​ສະພາ​ແຫ່ງ​ຊາດ​ ປານີ ຢາ​ທໍ່​ຕູ້; ​ໄປ​ຢ້ຽມຢາມ​ອະນຸສາວະລີ​ນັກ​ຮົບ​ນິລະນາມ; ​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະມາຄົມ​ມິດຕະພາບ ລາວ-ຫວຽດນາມ; ປະທານ​ແນວ​ລາວ​ສ້າງ​ຊາດ ​ແລະ​ການ​ນຳ​ແຂວງຫຼວງພະ​ບາງ; ​ໄປ​ຢ້ຽມຢາມ​ນັກ​ປະຕິວັດ​ອະ​ວຸ​ໂສລາ​ວຈຳນວນ​ໜື່ງ; ​ໄປ​ຢ້ຽມຢາມ ​ແລະ​ໂອ້​ລົມ​ກັບ​ພະນັກງານ ພາລະ​ກອນ​ສະຖານທູດ​ ຫວຽດນາມ​ ປະຈຳ​ລາວ ​ແລະ​ຊາວ ​ຫວຽດນາມ​ ອາ​​ໄສ​ຢູ່​ ລາວ.



 

 


ຕອບກັບ

ຂ່າວ/ບົດ​ອື່ນ