ປະທານປະເທດ ເຈືອງເຕີນຊາງ ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດປະເທດ ຍີ່ປຸ່ນ

ປະທານປະເທດ ເຈືອງເຕີນຊາງ ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດປະເທດ ຍີ່ປຸ່ນ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ)

(vovworld) - ຕອນ​ທ່ຽງ​ວັນ​ທີ 16/03, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ຫວຽດນາມ ​ໄດ້​ເດີນທາງ​ຮອດສະໜາມ​ບິນ Haneda ​ເລີ່​ມຕົ້ນ​ການ​ຢ້ຽມຢາມທາງ​ລັດຖະກິດ​ປະ​ເທດ​ຍີ່ປຸ່ນ ຕາມ​ຄຳ​ເຊີນ​ຂອງ​ພະເຈົ້າຈັກກະພັດຍີ່​ປຸ່ນ ​ແລະ ພະມະ​ເຫ​ສີ. ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ຢູ່​ສະໜາມ​ບິນ ມີ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Ishihara; ທ່ານ​ເອກ​ອັກຄະ​ລັດຖະທູດຍີ່ປຸ່ນ​ປະຈຳ​ຫວຽດນາມ Fukuda ​ແລະ ພັນ​ລະ​ຍາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ດວ່າ​ນຊວນ​ຮື​ງ ພ້ອມ​ກັບ​ຜູ້ຕາງໜ້າ​ປະຊາຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ຍີ່ປຸ່ນ. ພິທີ​ຕ້ອນຮັບ​ດ້ວຍ​ການຍິງ​ປືນ​ໃຫຍ່ 21 ລູກ ຢູ່​ສະໜາມ​ບິນ ​ເພື່ອ​ຊົມ​ເຊີຍ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳຄັນ​ພິ​ເສດ​ຂອງ​ຍີ່ປຸ່ນ ທ່ີມີ​ຕໍ່​ການ​ຢ້ຽມຢາມ​ທາງ​ລັດຖະທິດ ​​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ ​ເຈືອງ​ເຕີນ​ຊາງ ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ ​ແລະ ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ. ການ​ຢ້ຽມຢາມ ຍີ່ປຸ່ນ​ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຄັ້ງ​ນີ້ ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ​ສຳຄັນ​ລະຫວ່າງ 2 ປະ​ເທດ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເອົາ​ອົກ​ເຂົ້າ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງຫວຽດນາມ - ຍີ່ປຸ່ນ ​ແລະ ການ​ສົມ​ທັບ​ກັນລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ; ຊຸກຍູ້​ການ​ຮ່ວມ​ມື​ກັບ​ຍີ່ປຸ່ນ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ, ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ບຳລຸງ​ສ້າງ, ກະສິກຳ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ໄປ​ຊອກ​ຮູ້​ບາງ​ຮູບ​ແບບ​ກະສິກຳ​ທີ່​ມີ​ຄຸນ​ນະພາ​ບສູງ​ຢູ່​ແຂວງ Ibaraki. ຢູ່​ທີ່​ນີ້​, ກໍ່​ດຳ​ເນີນ​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ກັບ​ແຂວງ Ibaraki.
ຂ່າວ/ບົດ​ອື່ນ