ປະທານປະເທດ ເຈືອງເຕິ໋ນຊາງ ໄປ ຢ້ຽມຢາມແລະອວຍພອນ ບຸນເຕັດປະຊາຊົນແຂວງລອງອານ

ປະທານປະເທດ ເຈືອງເຕິ໋ນຊາງ ໄປ ຢ້ຽມຢາມແລະອວຍພອນ ບຸນເຕັດປະຊາຊົນແຂວງລອງອານ - ảnh 1
(ທ່ານປະທານປະເທດ ເຈືອງເຕິ໋ນຊາງໄປຢ້ຽມຢາມ
ແລະ ອວຍພອນບຸນເຕັດປະຊາຊົນແຂວງລອງອານ)

(vovworld) -​ ​ໃນ​ການ​ຢ້ຽມຢາມ​ຕອນ​ເຊົ້າ​ວັນ​ທີ 17/2, ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້ອວຍພອນ​ບຸນ​ເຕັດ​ປະຊາຊົນ​, ພະນັກງານ​ກິນ​ເບ້ຍ​ບຳນານ ​ແລະ ກຳມະກອນ ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ລອງ​ອານ.

ປີ 2014, ​ແຂວງ​ລອງ​ອານ ບັນລຸ​ລະດັບ​ເຕີບ​ໂຕ​​ເສດຖະກິດ 11%. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ​ກວ່າ 45 ລ້ານ​ດົ່ງ/ປີ, ອຸດສາຫະກຳ​ກໍ່ສ້າງ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ… ຕໍ​ໜ້າ​ບັນດາ​ຜົນງານ​ດັ່ງກ່າວ, ທ່ານ ປະທານ​ປະ​ເທດ​ສະ​ແດງ​ຄວາມ​ພາກພູມ​ໃຈ ​ແລະ ຫວັງ​ວ່າ, ກ້າວ​ເຂົ້າ​ສູ່​ປີ​ໃໝ່, ລອງ​ອານ​ຈະ​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ກວ່າ​ອີກ. ທ່ານປະທານ​ປະ​ເທດ ​ໄດ້​ລົງຢ້ຽມຢາມ ​ແລະ ອວຍພອນ​ບັນດາ​ກຳມະກອນ​ທີ່​ບໍ່​ມີ​ເງື່ອນ​ໄຂ​ກັບ​ເມືອ​ບ້ານ​ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວຢູ່​ເມືອງ​ເບັ໋ນລຶກ. ທ່ານ​ແບ່ງປັນ​ວ່າ:

ຫວັງ​ວ່າ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ, ຊີວິດ​ຂອງ​ກຳມະກອນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​, ລາຍ​ຮັບ​ຂອງ​ກຳມະກອນ​ນັບ​ມື້​ນັບ​ສູງ​ກວ່າ. ສິ່ງ​ທີ່​ຂ້າພະ​ເຈົ້າ​ປາຖະໜາ​ທີ່​ສຸດ​ນັ້ນ​ແມ່ນ, ​ເມື່ອ​ລະດູບານ​ໃໝ່​ວຽນມາ ​ແລະ ຕ້ອນຮັບ​ບຸນ​ເຕັດ, ກຳມະກອນ​ເກືອບ​ທັງ​ໝົດ​ຈະ​ມີ​ເງື່ອນ​ໄຂ​ກັບ​ເມືອ​ບ້ານ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ຄອບຄົວ ​ແລະ ຍາດຕິ​ພີ່ນ້ອງ​ຂອງ​ຕົນ“.

ຂ່າວ/ບົດ​ອື່ນ