ປະທານປະເທດ ເປັນປະທານກອງປະຊຸມຄັ້ງທີ 2 ຂອງສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2021 - 2026

(VOVWORLD) - ວຽກງານປ້ອງກັນ, ຕ້ານ, ຕໍ່ສູ້, ສະກັດກັ້ນບັນດາກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍພັກ, ລັດ...
 
ປະທານປະເທດ ເປັນປະທານກອງປະຊຸມຄັ້ງທີ 2 ຂອງສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2021 - 2026 - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ທີ່ກອງປະຊຸມ (ພາບ: Minh Đức/TTXVN)

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2021 – 2026. ທີ່ກອງປະຊຸມ, ສະພາໄດ້ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບສະພາບການປະທະກັນລະຫວ່າງລັດເຊຍ - ຢູແກຼນ, ບັນດາບັນຫາທີ່ສົ່ງຜົນກະທົບເຖິງ ຫວຽດນາມ; ວຽກງານປ້ອງກັນ, ຕ້ານ, ຕໍ່ສູ້, ສະກັດກັ້ນບັນດາກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍພັກ, ລັດ ຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ; ບັນດາມາດຕະການປ້ອງກັນ, ຕ້ານ, ຮັບມືກັບບັນດາສິ່ງທ້າທາຍໃນສະພາບການປະຈຸບັນ.

        ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ບັນດາກຳລັງທີ່ກ່ຽວຂ້ອງສືບຕໍ່ຊາບຊຶມ ແລະ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດຢ່າງມີປະສິດທິຜົນ; ປະຕິບັດບັນດາມາດຕະການ, ວິທີການປ້ອງກັນ, ສະກັດກັ້ນ, ຮັບມື, ແກ້ໄຂໃນພາຍພາກໜ້າ ແລະ ໄລຍະຍາວຢ່າງຄົບຊຸດ, ມີປະສິດທິຜົນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງແຫຼ່ງນ້ຳ ແລະ ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ; ປະຕິດບັດບັນດາໜ້າທີ່, ມາດຕະການຮັບປະກັນຄວາມໝັ້ນຄົງດ້ານການເງິນຢ່າງມີປະສິດທິຜົນ, ເງິນຕາ, ປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ