ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ ແລະ ອວຍ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ວຸ​ໂສ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925-21/6/2024) ຕອນບ່າຍວັນທີ 19 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນ ແລະ ມອບຂອງຂວັນໃຫ້ນັກຂ່າວອາວຸໂສຈຳນວນໜຶ່ງຢູ່ຮ່າໂນ້ຍ.

ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ ແລະ ອວຍ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ວຸ​ໂສ - ảnh 1ທ່ານປະທານປະເທດ ໂຕເລິມ ຢ້ຽມຢາມ ແລະ ອວຍພອນນັກຂ່າວ ຮ່າດັງ (ພາບ: VOV)

ໃນການອວຍພອນບັນດານັກຂ່າວອາວຸໂສ ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ທ່ານປະທານປະເທດ ຢັ້ງຢືນວ່າ ພັກ, ລັດ ໄດ້ຮັບຮູ້, ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດານັກຂ່າວທີ່ມີການອຸທິດສ່ວນໃຫ້ແກ່ພາລະກິດສື່ມວນຊົນປະຕິວັດ, ປະກອບສ່ວນໃຫ້ແກ່ການພັດທະນາຂອງພື້ນຖານສື່ມວນຊົນຂອງ ຫວຽດນາມ ເວົ້າສະເພາະ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດເວົ້າລວມ.

ສ່ວນບັນດານັກຂ່າວອາວຸໂສ ກໍ່ສະແດງຄວາມຊົມເຊີຍ ທ່ານປະທານປະເທດ ທີ່ພັກ, ສະພາແຫ່ງຊາດ ແລະ ປະຊາຊົນໄດ້ມີຄວາມໄວ້ເນື້ອເຊື່ອໃຈມອບໝາຍໜ້າທີ່ໃໝ່, ບັນດານັກຂ່າວກໍ່ສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານປະເທດ ຈະມີການປະກອບສ່ວນຫຼາຍກ່ວາອີກ ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ບັນດານັກຂ່າວຢັ້ງຢືນຈະສືບຕໍ່ເສີມຂະຫຍາຍມູນເຊື້ອສື່ມວນຊົນປະຕິວັດ, ເຂົ້າຮ່ວມການສຶກສາຄົນລຸ້ນໜຸ່ມ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ