ປະທານປະເທດຈີນຢືນຢັນການພົວພັນ ມິດຕະກາບກັບອາຟຼິກກາ

ປະທານປະເທດຈີນຢືນຢັນການພົວພັນ ມິດຕະກາບກັບອາຟຼິກກາ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ​ແລະ ປະທານາທິບໍດີ Tanzania

(ພາບ: vtv.vn)

(vovworld)- ​​ວັນ​ທີ 25/3, ຢູ່​ນະຄອນຫຼວງ Dar Es Salaam ປະ​ເທດ Tanzania, ທ່ານ​ປະທານ​ປະ​ເທດ​ຈີນ​ສີ​ຈິ້ນ​ຜີ​ງ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ການ​ພັດທະນາ​ຢ່າງ​ແຮງ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ ກັບ​ບັນດາ​ປະ​ເທດ​ອາ​ຟຼິກກາ. ​ໃນ​ບົດ​ກ່າວ​ປາ​ໄສ​ສຳຄັນ​ເນື່ອງ​ໃນ​ໂອກາດ​ໄປ​ປະຕິບັດ​ງານ​ຢູ່​ອາ​ຟຼິກກາ ​ເປັນຄັ້ງທຳ​ອິດ ພາຍຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ​ຈີນ, ທ່ານ​ສີ​ຈິ້ນ​ຜີ​ງ ຕີ​ລາຄາ​ວ່າ: “​​ອາ​ຟຼິກກາ ​ແມ່ນ​ທະວີບ​ແຫ່ງ​ຄວາມ​ຫວັງ ​ແລະ ໝານ​ໝັ້ນ“. ທ່ານ​ຖື​ວ່າ​ບັນດາ​ການ​ນຳ​ອາ​ຟຼິກກາ ​ແມ່ນ “​ເພື່ອນ​ຜູ້​ສະໜິດສະໜົມ“ ພ້ອມ​ທັງ​ຍ້ອງຍໍ​ສັນລະ​ເສີນ​ການ​ພົວພັນ​ມິດຕະພາບ​ອັນ​ຈິງ​ໃຈ​ຂອງ​ປັກ​ກິ​ງ ກັບ​ອາ​ຟຼິກກາ. ທ່ານ​ສີ​ຈິ້ນ​ຜີ​ງ ​ໃຫ້​ຮູ້​ວ່າ: ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຈີນ ​ແລະ ​ອາ​ຟຼິກກາ ​ໃນ​ປີ 2012 ບັນລຸ​ປະມານ 200 ຕື້​ໂດ​ລາ​ສະຫະລັດ. ຄຽງ​ຄູ່​ກັບ​ການ​ປັບ​ປຸງ​ບັນດາ​ການ​ພົວພັນ​ສອງ​ຝ່າຍ, ຈີນ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ຈະ​ໜູນ​ຊ່ວຍ​ສິນ​ເຊື່ອ​ເປັນຈຳນວນ​ເງິນ 20 ຕື້​ໂດ​ລາ​ສະຫະລັດ​​ໃຫ້​ແກ່​ບັນດາ​ປະ​ເທດອາ​ຟຼິກກາ ​ໃນ​ຮອບ​ເວລາ 2 ປີ​ຂ້າງ​ໜ້າ.

ຂ່າວ/ບົດ​ອື່ນ