ປະທານປະເທດຈີນສືຈິນຜິງໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິຮູບເງິນຢວນ

ປະທານປະເທດຈີນສືຈິນຜິງໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິຮູບເງິນຢວນ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນ​ຜິ​ງ
(ພາບອີນເຕີແນດ)


(vovworld) – ​​​ໃນ​ການ​ຕອບ​ສຳພາດ​ທີ່​ລົງ​ໃນ​ໜັງສືພິມ “Wall Street Hornal” ສະບັບ​ອອກ​ວັນ​ທີ 22/09, ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນ​ຜິ​ງ​ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ຈະ​ສືບ​ຕໍ​່ປະຕິ​ຮູບ​ກົນ​ໄກ​ສ້າງ​​ເປັນອັດຕາ​ແລກປ່ຽນ​​ເງິນຢວນ ຕາມ​ທິດ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ. ທ່ານ ສື​ຈິນ​ຜິ​ງ​ ​ເນັ້ນ​ໜັກ​ວ່າ, ຈີນ ພວມ​ມານະ​ພະຍາຍາມ​ປັບ​ປຸງກົນ​ໄກອັດຕາ​ແລກປ່ຽນ​​ເງິນຢວນ ບົນ​ພື້ນຖານ​ຕະຫຼາດ ​ແລະ ບັນດາ​ມາດ​ຕະການດັບ​ປັບ​ອັດ​ຕາ​ແລກປ່ຽນ​ເງິນ​ຢວນ ​ຫວ່າງ​ແລ້ວ​ນີ້ ແມ່ນ​ຕົວ​ຢ່າງ​, ຍ້ອນການ​ປະຕິຮູບ​ນີ້​ໄດ້​ສ້າງ​ໃຫ້​ຕະຫຼາດ​ມີສຽງ​ເວົ້າ​​ໃນ​ການ​ຕົກລົງ​ອັດຕາ​ແລກປ່ຽນ​ເງິນຕາ. ຕາມ​ທ່ານ ສື​ຈິນ​ຜິ​ງ ​ແລ້ວ, ​ໃນ​ສະພາບ​​ເສດຖະກິດ​​ໂລກ ​ແລະ ຕະຫຼາດ​​ເງິນຕາ​ສາກົນ​​ໃນປະຈຸ​ບັນ ພວມ​ມີ​ການ​ຜັນ​ແປ່​​ໄປຢ່າງ​ຊັບ​ສົນ ​ແລະ ບັນດາ​ນັກ​ຄວບ​ຄຸມຕະຫຼາດ​ໄດ້​ຍົກ​ອອກ​ບັນດາ​ການ​ຄາດ​ຄະ​ເນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນ ​ໃນ​ອະນາຄົດ. ທ່ານ ສື​ຈິນ​ຜິ​ງ ​ຢືນຢັນ​ວ່າ, ​ໃນ​ສະພາບ​ເສດຖະກິດ, ການ​ເງິນ​ປະຈຸ​ບັນນີ້ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ປະ​ເທດ​ນີ້ບໍ່​ມີ​ພື້ນຖານ​ເພື່ອທຳລາຍ​ລາຄາ​ເງິນ​ຢວນ.

ຂ່າວ/ບົດ​ອື່ນ