ປະທານປະເທດຈີນຮຽກຮ້ອງອາເມລິກາຊຸກຍູ້ການຮ່ວມມືຢູ່ຂັ້ນທ້ອງຖິ່ນ

ປະທານປະເທດຈີນຮຽກຮ້ອງອາເມລິກາຊຸກຍູ້ການຮ່ວມມືຢູ່ຂັ້ນທ້ອງຖິ່ນ - ảnh 1
ທ່ານ​​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີ​ນ ສີ​ຈິ້ນ​ຜິງ ແລະ ທ່ານ
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama

(vovworld)-  ​ຈີນ ໃຫ​້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢູ່​ຂັ້ນ​ທ້ອງ​ຖິ່ນ ລະ​ຫວ່າງ ຈີນ ແລະ ອາ​ເມ​ລິ​ກາ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການພົວ​ພັນ​ສອງ​ຝ່າຍ.​ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສການ​ນຳ​ບັນ​ດາ​ທ​້ອງ​ຖິ່​ນ ຈີນ ແລະ ອາ​ເມ​ລິ​ກາ ຄັ້ງ​ທີ 3 ຊື່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 23/9 ຢູ່ ນະ​ຄອນ Seattle ພາກ​ຕາ​ເວັນ​ຕົກ ປະ​ເທດນີ້, ທ່ານ​​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີ​ນ ສີ​ຈິ້ນ​ຜິງ ໄດ້​ຍົກ​ອອກ 3 ບັນ​ຫາ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມືສອງ​ຝ່າຍ​ຢູ່​ຂັ້ນ​ທ້ອງ​ຖິ່ນ. ທ່​ານ ສີ​ຈິ້ນ​ຜິງ ໄດ້​ຮຽກ​ຮ້ອງ​ບັນ​ດາ​ແຂວງ ຂອງ​ຈີນ ແລະ ບັນ​ດາ​ລັດ​ຂອງ ອາ​ເມ​ລິ​ກາ ຄວນ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ ແລະ ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ສຶກ​ສາ, ທ່ອງ​ທ່ຽວ, ກິ​ລາ ແລະ ລຸ້​ນ​ຫນຸ້​ມ ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ສ້າງວຽກ​ເຮັດ​ງານ​ທຳ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ