ປະທານປະເທດຕ້ອນຮັບຮອງປະທານສະພາຊຸກຍູ້ການທູດປະຊາຊົນຍີ່ປຸ່ນ

ປະທານປະເທດຕ້ອນຮັບຮອງປະທານສະພາຊຸກຍູ້ການທູດປະຊາຊົນຍີ່ປຸ່ນ - ảnh 1
ທ່ານ​ປະທານ​ປະ​ເທດ  ​ເຈີ່ນ​ດ້າຍ​ກວາງ ​ຕ້ອນຮັບ​
ທ່ານ Yoshihiko Nakagaki ຮອງ​ປະທານ​ສະພາ​ຊຸກຍູ້​ການ​ທູດ​ປະຊາ​ຊົນ ຍີ່ປຸ່ນ

(vovworld) - ​ ຕອນ​ບ່າຍ​ວັນ​ທີ 10/10 ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໃຫ້ການ​ຕ້ອນຮັບ​ທ່ານ Yoshihiko Nakagaki ຮອງ​ປະທານ​ສະພາ​ຊຸກຍູ້​ການ​ທູດ​ປະຊາ​ຊົນ ຍີ່ປຸ່ນ, ທັງ​ເປັນ​ປະທານ​ຄະນະ​ກຳມະການ​ວັດທະນະທຳ​​ເສດຖະກິດ ຍີ່​ປຸ່ນ - ຫວຽດນາມ (FEC) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ ບັນ​ດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ ຫວຽດນາມ, ພິ​ເສດ​ແມ່​ນບັນດາ​ຂະ​ແໜງ​ບຸລິມະສິດ​​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄຸນ​ນະພາ​ບສູງ, ພະລັງງານ, ອຸດສາຫະກຳສຳຮອງ, ຍູ້​ແຮງການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ​ແລະ ໜູນ​ຊ່ວຍ​ການ​ບຳລຸງ​ສ້າ​ງ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານ​ປະທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ ສະພາ​ຊຸກຍູ້​ການ​ທູດປະຊາຊົນ ຍີ່ປຸ່ນ ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເປີດ​ກ້ວາງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ວັດທະນະທຳ - ​ເສດຖະກິດ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ: ຫວຽດນາມ ຈະ​ຕັດສິນ​ໃຈ​ສືບ​ຕໍ່​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປັບປຸງ​ຂອບ​ເຂດ​ນິຕິ​ກຳ, ນະ​ໂຍບາຍ…​ທ່ານ​ປະທານ​ປະ​ເທດ​ໃຫ້​ຮູ້​ວ່າ ຫວຽດນາມ ພວມ​ສົມທົບ​ກັບ ຍີ່ປຸ່ນ ຜັນ​ຂະຫຍາຍ​ໄລຍະ​ທີ 6 ຂໍ້​ລິ​ເລີ່​ມລວມ​ ຫວຽດນາມ - ຍີ່ປຸ່ນ ​ເພື່​​ອປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ ​ແລະ ຖື​ຜົນສຳ​ເລັດ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ແມ່ນ​ຜົນສຳ​ເລັດ​ຂອງ​ຕົນ.

        ສ່ວນ​ທ່ານ Yoshihiko Nakagaki ​ເນັ້ນ​ໜັກ​ວ່າ ​ເລື່ອງ​ໜູນ​ຊ່ວຍ​ແຫຼ່ງທຶນ ODA ຂອງ​ລັດຖະບານ ຍີ່ປຸ່ນ ​ແລະ ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເຂົ້າ ຫວຽດນາມ ​ໄດ້​ປະກອບສ່ວນ​ໜຶ່ງ​ທີ່ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ ຫວຽດນາມ. ທ່ານ Yoshihiko Nakagaki ປາດ​ຖະໜາ​ວ່າ ​ ​ໄລຍະ​ຈະ​ມາ​ເຖິງ ຈະສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຂອງ​ລັດ ​ແລະ ລັດຖະບານ ຫວຽດນາມ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື ອຸດສາຫະກຳ​ສ​ຳຮອງ, ພະລັງງານ…ຜ່ານ​ນັ້ນ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ