ປະທານປະເທດພົບປະກັບວິສາຫະກິດ,ນັກທຸລະກິດນະຄອນໂຮ່ຈິມິນ

ປະທານປະເທດພົບປະກັບວິສາຫະກິດ,ນັກທຸລະກິດນະຄອນໂຮ່ຈິມິນ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ
ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ)

(vovworld) - ​ຕອ​ນ​ບ່າຍ​ວັນ​ທີ 03/10, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ເປັນ​ປະ​ທານ​ການ​ພົບ​ປະ​ລະ​ຫວ່າງ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ໂຮ່​ຈິ​ມິນ ກັບ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ຂອງ​ນະ​ຄອນ. ​ການ​ພົບ​ປະນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ​້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ, ແບ່ງ​ປັນ ແລະ ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ, ຄຳ​ສະ​ເໜີ​ແນ​ະ​ຂອງວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ນະ​ຄອນ​ໂຮ່​ຈິິ​ມິນ. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກ​ວາງ ໄດ້​ໃສ່​ໃຈ​ບາງ​ໜ້າ​ທີ່, ມາດ​ຕະ​ການ​ແກ​້​ໄຂ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ຕ້ອງ​ມີ​ຄວາມ​​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ແມ່ນ ສ້າງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໃຫ້​ເຕີິບ​ໃຫຍ່, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ແກ່ງ​ແຍ້ງ, ຮັບ​ປະ​ກັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ​ຂອ​ງ​ພື້​ນ​ຖານ​ເສດ​ຖະ​ກິດ, ແມ່ນ​ກຳ​ລັງ​ຫຼັກ​ແຫ່ງ, ນຳ​ໜ້າ​ໃນ​ການ​ຫັນ​ປ່ຽນ​ຮູບ​ແບບ​ເຕີບ​ໂຕ​ຕິດ​ພັນ​ກັບ​ການສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່… ທ່ານ​ປະ​ທານ​ປະ​ເທດ ສະ​ເໜ​ີໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ນະ​ຄອນ​ໂຮ່​ຈ​ິ​ມິນ ຍາມ​ໃດ​ກໍ່​ຖື​ບົດ​ບາດ​ນຳ​ໜ້າ, ແມ່ນ​ແກ່ນ​ສານ​​ໃນ​ການພັດ​ທະ​ນາ​ຂອງ​​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້​ອຍ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ນະ​ຄອນ​ໃນ​ການ​ພັດ​ທະ​ນາ​ເຂດຕາ​ເວັນ​ອອກ​ພາກ​ໃຕ້ ແລະ ເ​ຂດ​ຕາ​ເວັນ​ຕົກ​ພາກ​ໃຕ້.

ຂ່າວ/ບົດ​ອື່ນ