ປະທານປະເທດຫວັງວ່າIMFຈະໜູນຊ່ວຍຫວຽດນາມກາຍເປັນປະເທດມີລະດັບລາຍຮັບສູງກວ່າ

ປະທານປະເທດຫວັງວ່າIMFຈະໜູນຊ່ວຍຫວຽດນາມກາຍເປັນປະເທດມີລະດັບລາຍຮັບສູງກວ່າ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​​ຕ້ອນຮັບ​
ຮອງ​ຜູ້ອຳນວຍການ​ກອງ​ທຶນ​ເງິນຕາ​ສາກົນ
(ພາບ: TTXVN)

(vovworld) - ວັນ​ທີ 11/6, ຢູ່​ສຳນັກງານ​ປະທານ​ປະ​ເທດ,  ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ  Mitsuhiro Furusawa, ຮອງ​ຜູ້ອຳນວຍການ​ກອງ​ທຶນ​ເງິນຕາ​ສາກົນ (IMF) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ IMF ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ; ພ້ອມ​ທັງ​ຢືນຢັນ IMF ຍາມ​ໃດ​ກໍ່​ແມ່ນ​ເພື່ອນ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຫວຽດນາມ​ໃນ​ການ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ​ເສດຖະກິດ, ​ແມ່ນ​ນັກ​ອຸປະຖຳ​ສຳຄັນ​ໃຫ້ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ. ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​​ເຂົ້າກັບ​ພື້ນຖານ​ເສດຖະກິດ​ໂລກ, ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ສະຫະ​ປະຊາ​ຊາດ… ທ່ານ​ປະທານ​ຫວັງ​ວ່າ IMF ສືບ​ຕໍ່​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ, ໜູນ​ຊ່ວຍ​ໃຫ້​ຫວຽດນາມ​ໃນ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ, ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ຈີນ​ຕະນາ​ການ​ທັນ​ສະ​ໄໝ ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ການ​ພັດທະນາ​ຂອງ​ຫວຽດນາມ, ​ເພື່ອ​ໃຫ້​ຫວຽດນາມ ຫຼຸດ​ພົ້ນ​ອອກ​ຈາກ​ກຸ່ມ​ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ລາຍ​ຮັບ​ສະ​ເລ່ຍຕຳ່ ​ແລະ ກາຍ​ເປັນ​ປະ​ເທດ​ທີ່​ມີ​ລະດັບ​ລາຍ​ຮັບ​ສູງ​ກວ່າ. ພິ​ເສດ​ແມ່ນ​ໃນ​ໄລຍະ​ທີ່​ຫວຽດນາມ ພວມ​ກະກຽມ​ສ້າງ​ຍຸດ​ທະ​ສາດ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 – 10 ປີ​ຈະ​ມາ​ເຖິງ.

ສ່ວນທ່ານ​ຮອງ​ຜູ້ອຳນວຍການ IMF ​ແລະ ບັນດາ​ສະມາຊິກ​ຢືນຢັນ​ວ່າ, IMF ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຫວຽດນາມ​ ດ້ານ​ການ​ເງິນ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ນະ​ໂຍບາຍ​ໃຫ້​ແກ່​ການ​ພັດທະນາ​ໃນ​ໄລຍະຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ