ປະທານປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານ ອົງການຕາງໜ້າໃຫ້ລັດ ແລະ ປຊຊ

ຕອນ​ເຊົ້າວັນ​ທີ 7/1, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີ​ກອງ​ປະຊຸມ​ສະຫລຸບ​ການ​ປະຕິບັດ​ຂໍ້​ກຳນົດປະສານ​ສົມທົບ​ວຽກ​ງານລະຫວ່າງ​ອົງການປະ​ທານ​ປະ​ເທດ ​ແລະ​ຄະນະ​ປະທານ ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ປີ 2011 ​ແລະ​ຈຸມສຸມ​ ​ການປະສານ​ສົມທົບວຽກ​ງານປີ 2012. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ບັນລຸ​ໄດ້​ໃນ​ວຽກ​ງານ​ປະສານ​ສົມທົບ​ກັນ​ລະຫວ່າງ​ສອງ​ຝ່າຍ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2011 ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ ​ແລະ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ​ຊາດ. ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ​ເນັ້ນໜັກ​ວ່າ: “ອົງການປະທານ​ປະ​ເທດ ​ແລະ ຄະນະ​ປະທານ ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມມີ​ຄວາມ​ສຳຄັນ​ທີ່​ສຸດ. ຝ່າຍ​ໜື່ງ​ແມ່ນ​ອົງການຕາງໜ້າ​ໃຫ້​ປະຊາຊົນ, ຝ່າຍ​ໜື່ງຕາງໜ້າ​ໃຫ້​ລັດ. ​ເມື່ອ​ສົມທົບ​ກັນ​ເຮັດ​ວຽກ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ພາລະ​ໜ້າ​ທີ່​ຂອງ​ຕົນ​ໃນ​ລະດັບ​ສູງ​ສຸດ. ສອງ​ຝ່າຍ​ຕ້ອງ​ພະຍາຍາມ​ສົມທົບ​ກັນ ​ເພື່ອ​ເຮັດ​ໃຫ້​​ແຈ້ງ​ການ​ກະ​ທົບ​ຊື່​ງກັນ ​ແລະ​ກັນ​ລະຫວ່າງ​ສອງ​ທີ່​ຕັ້ງການ​ເມືອງ​ນີ້”.

ຂ່າວ/ບົດ​ອື່ນ