ປະທານປະເທດຫວຽດນາມ ເຈິນດ້າຍກວາງ ພົບປະກັບເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ

(VOVWORLD) -ໂດຍຮັບຄຳເຊີນຈາກລັດຍີປຸ່ນ, ປະທານປະເທດຫວຽດນາມ ເຈິນດ້າຍກວາງພ້ອມດ້ວຍພັນລະຍາ ໄດ້ທຳການຢ້ຽມຢາມທາງລັດຖະກິດຢູ່ຍີປຸ່ນແຕ່ວັນທີ 29 – 2 ມິຖຸນາ. ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ພະລາດຊະວັງ ທີ່ນະຄອນຫຼວງໂຕກຽວ, ພິທີຕ້ອຍຮັບທ່ານ ປະທານປະເທດຫວຽດນາມ ເຈິນດ້າຍກວາງພ້ອມດ້ວຍພັນລະຍາ ໄດ້ຖືກຈັດຂຶ້ນຢ່າງສົມກຽດ
ປະທານປະເທດຫວຽດນາມ ເຈິນດ້າຍກວາງ ພົບປະກັບເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ - ảnh 1ປະທານປະເທດເຈິນດ້າຍກວາງພ້ອມດ້ວຍພັນລະຍາ ແລະ ເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ

ເຈົ້າຈັກກະພັດ Akihito  ແລະ ພະມະເຫສີຍີປຸ່ນໄດ້ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ທ່ານ ປະທານປະເທດຫວຽດນາມ ເຈິນດ້າຍກວາງ ໄດ້ມີການພົບປະກັບເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ. ທີ່ການພົບປະ, ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ແມ່ນບາດກ້າວລິເລີ່ມ, ເປີດໄລຍະພັດທະນາໃໝ່ໃນສາຍພົວພັນຫວຽດນາມ-ຍີປຸ່ນຕຮາມທິດລວງເລິກ, ມີປະສິດທິຜົນກ່ວາເກົ່າໃນທຸກຂົງເຂດ.

    ສ່ວນເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນຢືນຢັນວ່າ ຖືເປັນສຳຄັນທີ່ສຸດສາຍພົວພັນຮ່ວມມືມິດຕະພາບຫວຽດນາມ-ຍີປຸ່ນ ແລະ ສະໜັບສະໜູນ, ພະຍາຍາມປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນລະຫວ່າງ 2 ປະເທດ.

  ຕອນບ່າຍວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານປະທານສະພາສູງຍີປຸ່ນ Chuichi Date . ທ່ານ ປະທານປະເທດຫວຽດນາມ ເຈິນດ້າຍກວາງ ໄດ້ຕີລາຄາສູງ ແລະ ຂອບໃຈນຳສະພາສູງຍີປຸ່ນ ທີ່ຕັ້ງໜ້າຊຸກຍູ້ ສາຍພົວພັນຮ່ວມມືລະຫວ່າງຫວຽດນາມ-ຍີປຸ່ນໃນຫຼາຍຂົງເຂດ, ພ້ອມທັງສະເໜີອົງການນິຕິບັນຍັດຂອງ 2 ປະເທດຈົ່ງເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານນິບັນຍັດ, ຊຸກຍູ້ຮ່ວມມືດ້ານແຮງງານ….

      ວັນທີ 30 ພຶດສະພາ, ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ໄດ້ມີການພົບປະ, ສົນທະນາກັບບັນດາປະທານກຸ່ມບໍລິສັດໃຫຍ່ ເຊິ່ງແມ່ນສະມາຊິກຂອງສະຫະພັນເສດຖະກິດຍີ່ປຸ່ນ Keidairen, ຫ້ອງການການຄ້າອຸດສາຫະກຳຍີ່ປຸ່ນ (JCCI) ແລະ ບາງອົງການເສດຖະກິດໃຫຍ່ຂອງຍີ່ປຸ່ນອີກດ້ວຍ.

        ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍເຄົາລົບນັບຖືການປະກອບຄຳເຫັນອັນລ້ຳຄ່າ ແລະ ການຮ່ວມມືຢ່າງແໜ້ນແຟ້ນຈາກ Keidairen ຜ່ານການສົນທະນາ ຂໍ້ລິເລີ່ມຮ່ວມລະຫວ່າງຫວຽດນາມ - ຍີ່ປຸ່ນ. ນີ້ແມ່ນສິ່ງທີ່ສຳຄັນໃນວິວັດການສ້າງນະໂຍບາຍ, ກົດໝາຍຂອງຫວຽດນາມໃຫ້ສົມບູນແບບ; ປະກອບສ່ວນສຳຄັນເຂົ້າໃນການປັບປຸງສະພາບແວດລ້ອມການລົງທຶນ, ຊຸກຍູ້ການດຶງດູດບັນດາແຫຼ່ງທຶນທີ່ມີຄຸນນະພາບສູງຈາກຕ່າງປະເທດເຂົ້າມາຫວຽດນາມ, ພິເສດແມ່ນນັກລົງທຶນຈາກຍີ່ປຸ່ນ.

        ຕາງໜ້າໃຫ້ບັນດາວິສາຫະກິດ, ທ່ານປະທານ Keidairen ແລະ ທ່ານປະທານກຸ່ມບໍລິສັດ Mitsubishi Chemical ໃຫ້ຮູ້ວ່າ ບັນດາວິສາຫະກິດຍີ່ປຸ່ນຕີລາຄາສູງເລື່ອງຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາສັນຍາຮ່ວມເສດຖະກິດ ຄື RCEP, CPTPP; ແລະຖືວ່າ ຂໍ້ລິເລີ່ມຮ່ວມລະຫວ່າງຍີ່ປຸ່ນ - ຫວຽດນາມຈະນຳມາເຊິ່ງໝາກຜົນຫຼາຍຢ່າງທີ່ແທດຈິງໃຫ້ທັງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ