ປະທານປະເທດຫວຽດນາມ ເຈີນດ້າຍກວາງພົບປະຊາວໜຸ່ມຕຳຫຼວດດີເດັ່ນປີ 2017

(VOVWORLD) -ວັນທີ 24 ມີນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ພົບປະກັບພະນັກງານ, ຊາວໜຸ່ມຕຳຫຼວດທີ່ດີເດັ່ນ 20 ຄົນໃນປີ 2017
ປະທານປະເທດຫວຽດນາມ ເຈີນດ້າຍກວາງພົບປະຊາວໜຸ່ມຕຳຫຼວດດີເດັ່ນປີ 2017  - ảnh 1ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ມອບຂອງຂວັນໃຫ້ແກ່ພະນັກງານ, ຊາວໜຸ່ມຕຳຫຼວດທີ່ດີເດັ່ນ 

ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (ວັນທີ 26 ມີນາປີ 1931- ວັນທີ 26 ມີນາປີ 2017)  ແລະ ກຳລັງຕຳຫຼວດປະຊາຊົນ ສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນມີຄຳສັງ່ສອນ 6 ຂໍ້ ສຳລັບຕຳຫຼວດປະຊາຊົນ, ວັນທີ 24 ມີນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ພົບປະກັບພະນັກງານ, ຊາວໜຸ່ມຕຳຫຼວດທີ່ດີເດັ່ນ 20 ຄົນໃນປີ 2017. ກ່າວຄຳເຫັນນະທີ່ນີ້, ປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ : ຊາວໜຸ່ມຕຳຫຼວດແຕ່ລະຄົນ ຄວນມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄຸນນະທາດການເມືອງ, ອຸທິດກຳລັງເຫື່ອແຮງ, ສະຕິປັນຍາເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ ປະກອບສ່ວນສ້າງສາປະເທດຊາດໃຫ້ຮັ່ງມີ ເຂັ້ມແຂງ, ປະຊາຊົນອີ່ມໜຳສຳລານ ແລະ ຜາສຸກ, ທຽບທັນກັບບັນດາປະເທດມະຫາອຳນາດໃນໂລກຄືດັ່ງຄວາມມຸ່ງຫວັງຂອງປະທານໂຮ່ຈິມິນຄາວເພີ່ນຍັງມີຊີວິດ”

ຕອບກັບ

ຂ່າວ/ບົດ​ອື່ນ