ປະທານປະເທດຫວຽດນາມ ເຮັດວຽກກັບກອງບັນຊາການຕຳຫຼວດເຄື່ອນທີ່

ປະທານປະເທດຫວຽດນາມ ເຮັດວຽກກັບກອງບັນຊາການຕຳຫຼວດເຄື່ອນທີ່ - ảnh 1

ປະທານ  ​ເຈືອງ​ເຕີນ​ຊາງ ​ກັບ​ພະນັກງານ ນັກຮົບ​ຂອງກອງ​ບັນຊາ​ການ​ຕຳຫຼວດ​ເຄື່ອນ​ທີ່

(ພາບ:truongtansang.net)

( vovworld ) ຕອນ​​ເຊົ້າ​ວັນ​ທີ 6/3, ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບກອງ​ບັນຊາ​ການ​ຕຳຫຼວດ​ເຄື່ອນ​ທີ່. ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ​ຂອງ​ກຳລັງຕຳຫຼວດ​ເຄື່ອນ​ທີ່​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ​ແລະ​ ​ເນັ້ນໜັກ​ວ່າ ​ເລື່ອງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​​ໃຫ້​ແກ່​ບັນດາ​ເຫດການ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ຂະໜາດໃຫ່ຍ ຊື່​ງ​ໄດ້​ປະກອບສ່ວນ​ສ້າງ​ພາບ​ພົດ​ຫວຽດນາມ ​ແມ່ນ​ຈຸດ​ນັດ​ພົບ​ທີ່​ປອດ​ໄພ​. ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເວົ້າວ່າ: “ຂ້າພະ​ເຈົ້າຕີ​ລາຄາ​ສູງທີ່​ສຸດ ​ເພາະວ່າ ​ໃນ​ສະພາບ​ການ​ຢູ່​ພາຍ​ໃນ ​ແລະ​ ພາຍ​ນອກ, ນອກຈາກ​ສິ່ງ​ທີ່​ສະດວກ​ແລ້ວ ຍັງ​ມີ​ຄວາມ​ຫຍຸ້ງຍາກ​, ສັບສົນ ​ແຕ່​ບັນດາ​ນັກຮົບ​ຍັງ​ປະກອບສ່ວນກຳລັງ​ເຮື່ອ​ແຮງຂອງ​ຕົນ ພ້ອມ​ກັບ​ບັນດາ​ກຳລັງ​ມີໜ້າ​ທີ່​ຮັບຜິດຊອບ ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ໃນ​ທັງ​ປີ​ຢ່າງໝັ້ນຄົງ. ມາ​ຮອດ​ຈຸດ​ເວລາ​ນີ້, ​ເຖິງ​ວ່າ​ສະພາບ​ການ​ໂລກ​ຍັງ​ສັບສົນກໍຕາມ ​ແຕ່​ພວກ​ເຮົາ​ກໍ​ເຫັນ​ໄດ້​ຈຳນວນ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຫວຽດນາມ ບໍ່​ຫລຸດ​ລົງ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ມີ​ຄວາມ​ປອດ​ໄພ ສຳລັບ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ

   ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນໜັກ​ວ່າ ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຍາມ​ໃດ​ພັກ, ລັດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ເວົ້າລວມ ​ແລະ​ ກຳລັງ​ຕຳຫຼວດ​ເຄື່ອນ​ທີ່​ເວົ້າສະ​ເພາະ ຕ້ອງ​ແມ່ນ​ກຳລັງ​ຊຳນານ​ຮົບ, ທັນ​ສະ​ໄໝ. ມະຕິ​ຂອງ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​ກໍຢືນຢັນກຳລັງ​ຕຳຫຼວດ​ເຄື່ອນ​ທີ່​ ​ແມ່ນ 1 ​ໃນ 3 ກຳລັງ​ຂອງ​ຕຳຫຼວດ ຕ້ອງ​ໄດ້​ຮັບ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ທັນທີ. ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຮຽກຮ້ອງ​ໃຫ້ກຳລັງ​ຕຳຫຼວດ​ເຄື່ອນ​ທີ່​ ຕ້ອງ​ຝຶກຝົນ​ຫຼໍ່​ຫຼອມ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ກໍ່ສ້າງ, ບູລະນະ, ຍົກ​ສູງ​ຄວາມ​ສາມາດ, ລະດັບ​ຄວາມ​ຮູ້​ຂອງ​ຖັນ​ແຖວ​ພະນັກງານ, ນັກຮົບ ​ໃຫ້​ກາຍ​ເປັນ​ກຳລັງ​ພິ​ເສດ​ສຳຄັນ ພ້ອມ​ກັບ​ທົ່ວ​ກຳລັງ​ຕຳຫຼວດ​ເວົ້າລວມ ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຊື່​ງພັກ ​ແລະ ​ລັດ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ, ປະກອບສ່ວນ​ພອ້ມກັບ​ທົ່ວ​ປະ​ເທດ ປະຕິບັດ​ໜ້າ​ທີ່​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ