ປະທານປະເທດຫວຽດນາມຕ້ອນຮັບປະທານສະພາຕຳ່ ອານເຊຣີ

ປະທານປະເທດຫວຽດນາມຕ້ອນຮັບປະທານສະພາຕຳ່ ອານເຊຣີ - ảnh 1
ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນ ຊາງ ແລະ
​ທ່ານ​ປະທານ​ສະພາ​ຕຳ່ ອານ​ເຊ​ຮີ  Larbi Ould Khelifa

(vovworld) - ວັນ​ທີ 29/3, ​ທີ່​ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ຕຳ່ ອານ​ເຊ​ຣີ  Larbi Ould Khelifa,​ ​ເນື່ອງ​ໃນ​ໂອກາດ​ມາ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະຫະພັນ ​ລັດຖະສະພາ​ສາກົນຄັ້ງ​ທີ 132 (IPU-132), ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນ ຊາງ ​ເຊື່ອ​ໝັ້ນ​ວ່າ: ບັນ​ດາ​ການ​ປະກອບສ່ວນ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ຕຳ່ອານ​ເຊ​​ຣີ ຈະ​ປະກອບສ່ວນ​ໃຫ້​ກອງ​ປະຊຸມ​ໃຫຍ່ IPU-132 ປະສົບ​ຜົນສຳ​ເລັດ. ທ່ານ​ປະທານ​ສະພາ​ຕຳ່ Larbi Ould Khelifa ​ເນັ້ນ​ໜັກ​​ເຖິງນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ ​ແລະ ຖື​ວ່າ 2 ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມຊ້ອນ​ຫຼາຍ​ຢ່າງ​ເພື່ອ​ຮ່ວມ​ມື, ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກາ​ນຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ຍັງ​ບໍ່​ທັນ​ສົມ​ກັບ​ການ​ພົວພັນ​​​ດ້ານ​ການ​ເມືອງອັນ​ດີງາມລະຫວ່າງ​ສອງ​ປະ​ເທດ​ເທື່ອ. ຍາມ​​ໃດ ອານ​ເຊ​​ຣີ ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ລົງທຶນ​ກັບ ຫວຽດນາມ, ​ພ້ອມ​ແລ້ວ​ທີ່ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​​ໃນ​​ໂຄງການ​ພັດທະນາ​ເສດຖະກິດ-​ສັງຄົມ​ໃນ​ແຜນການ​ພັດທະນາ 5 ປີ, ​ເຊິ່ງ ອານ​ເຊ​ຣີ ຫາ​ກໍ່​ຮັບຮອງ​ເອົາ. ​​ ​ເມື່ອຕີ​ລາ​ເນື້​ອ​ໃນ​ຂອງ​ກອງ​ປະຊຸມ​ໃຫຍ່ IPU-132, ທ່ານ​ປະທານ​ສະພາ​ຕຳ່ອານ​ເຊ​​ຣີ ຢືນຢັນ​ວ່າ: ຄະນະ​ຜູ້​ແທນ​ຂັ້ນສູງສະພາ​ຕຳ່ ອານ​ເຊ​​ຣີ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​​​ເພື່ອໃຫ້ກອງ​ປະຊຸມ​ໃຫຍ່ IPU-132 ປະສົບ​ຜົນສຳ​ເລັດ.

ຂ່າວ/ບົດ​ອື່ນ