ປະທານປະເທດຫວຽດນາມເຈືອງເຕີ໋ນຊາງຕ້ອນຮັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດສະໂລວາກີ

ປະທານປະເທດຫວຽດນາມເຈືອງເຕີ໋ນຊາງຕ້ອນຮັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດສະໂລວາກີ - ảnh 1
ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີ໋ນຊາງ​ ​ຕ້ອນຮັບ​ທ່ານ​ລັດຖະມົນຕີ
​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Martin Glavac
(ພາບ: TTXVN)

(vovworld) – ​​​ ​ຕອນ​ບ່າຍ​ວັນ​ທີ 9/6, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ​ ​ໄດ້​ໃຫ້ການຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດສະ​ໂລ​ວາ​ກີ Martin Glavac ທີ່ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢັ້ງຢືນ​ວ່າ: ຫວຽດນາມ ​ມີ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຍາມ​ໃດ​ກໍຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ ສະ​ໂລ​ວາ​ກີ. ທ່ານ​ປະທານ​ປະ​ເທດຫວຽດນາມ ກໍ່​ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຫວຽດນາມ ​ແລະ ສະ​ໂລ​ວາ​ກີ ຈະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ​ຂັ້ນຕ່າງໆ​ເປັນ​ປະຈຳ, ພ້ອມ​ທັງ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ເສດຖະກິດ​ການ​ຄ້າ​ກ່ວາ​ອີກ. 2 ຝ່າຍ​ຕ້ອງ​ກວດກາ​ຄືນ​ບັນດາ​ສັນຍາ​ທີ່​ໄດ້​ຮັບ​ການລົງ​ນາມ​ແລ້ວ ​ເພື່ອ​ສ້າງ​ເງື່ອນ​ໄຂ​ນຳ​ວົງ​ເງິນ​ການ​ຄ້າລື່ນກ່າຍ​ຕົວ​ເລກ 400 ລ້ານ USD ຄື​ປະຈຸ​ບັນ. ພ້ອມ​ນັ້ນ, ຫວຽດນາມ ​ພ້ອມ​ແລ້ວທີ່​ຈະ​ເປັນ​ຂົວ​ຕໍ່​ເພື່ອ​​ໃຫ້ສິນຄ້າ​ຂອງ ສະ​ໂລ​ວາ​ກີ ​ແຊກ​ຊຶມ​ເຂົ້າ​​ຕະຫຼາດ​ທີ່ມີ​ຄວາມ​ສາມາດບົ່ມ​ຊ້ອນຫຼາຍ​ຢ່າງ​ຂອງ ASEAN. ສຳລັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ​ປະທານ​ປະ​ເທດຫວຽດນາມ ສະ​ເໜີ​ທັງ 2 ຝ່າຍ​ຕ້ອງ​ຊອກ​ຫາ​ບັນດາ​ຂົງ​ເຂດ​ບຸລິມະສິດ​ເພື່ອ​ຮ່ວມ​ມື, ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​​ເຊິ່ງ​ໄດ້ຮັບ​ການ​ລົງ​ນາມ​​​ໂດຍໄວ ພິ​ເສດ​ແມ່ນ​ຂົງ​ເຂດ​ບຳລຸງ​ສ້າງ, ຮ່ວມ​ມື​​ດ້ານອຸດສາຫະກຳ​ປ້ອງ​ກັນຊາ​ດ ​ເພື່ອ​ໃຫ້ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ ./.

ຂ່າວ/ບົດ​ອື່ນ