ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ150ປີແຫ່ງວັນນັກວິລະຊົນແຫ່ງຊາດເຈືອງດິ້ງເສຍສະຫຼະຊີວິດເພື່ອຊາດ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ150ປີແຫ່ງວັນນັກວິລະຊົນແຫ່ງຊາດເຈືອງດິ້ງເສຍສະຫຼະຊີວິດເພື່ອຊາດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມເຂດວາງສະແດງວັດຖຸພັນກ່ຽວກັບວິລະຊົນ ເຈືອງດີ້ງ
(ພາບ: Thanh Vũ/TTXVN)


(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ 150 ປີ​ແຫ່ງ​ວັນ​ນັກ​ວິລະ​ຊົນ​ຂອງ​ຊາດ ​ເຈືອງ​ດິ້ງ ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ຖືກ​ຈັດ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 20/8, ຢູ່​ແຂວງ ຕ໋ຽນຢາງ. ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ບັນດາ​ສະມາຊິກ​ຂອງ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ວາງ​ພວງມາລາ ​ແລະ ຖະຫວາຍ​ທູບ​ທຽນ​ເພື່ອ​ອາ​ໄລ​ຫາ​ຄູນ​ງາມ​ຄວາມ​ດີ​ຂອງ​ນັກ​ວິລະ​ຊົນ​ແຫ່ງ​ຊາດ ​ເຈືອງ​ດິ້ງ.

    ​ເມື່ອ​ອ່ານ​ສູນ​ທອນ​ພົດ​ທີ່​ພິທີ, ທ່ານ ​ເຈີ່ນ​ເທ໋ງອກ, ​ເລຂາ​ຄະນະ​ພັກ​ແຂວງ ຕ໋ຽນຢາງ, ​ເນັ້ນ​ໜັກ​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລຸ້ນຄົນ​ໃນ​ປະຈຸ​ບັນ​ພ້ອມ​ກັນ ອາ​ໄລ​ຫາ ​ແລະ ຈົດ​ຈຳ​ພາລະກິດ, ຄູນ​ງາມ​ຄວາມ​ດີ​ຂອງ​ນັກ​ວິລະ​ຊົນ​​ແຫ່ງ​ຊາດ ​ເຈືອງ​ດິ້ງ ຢູ່​ເຂດ ​ກໍ່ກົງ ​ເວົ້າ​ສະ​ເພາະ ​ແລະ ​ເຂດພາກ​ໃຕ້​ເວົ້າ​ລວມໃນ​ໃນ​ການ​ຕໍ່ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ ​ຝຣັ່ງ . ຜ່ານ​ນັ້ນ​ໄດ້​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ລຸ້ນພໍ່​ລຸ້ນອ້າຍ​ໃຫ້​​ແກ່​ລຸ້ນໜຸ່ມ.

    “ຊີວິດ ​ແລະ ພາລະກິດ​ຂອງ​ນັກ​ວິລະ​ຊົນ​​ແຫ່ງ​ຊາດ ​ເຈືອງ​ດິ້ງ ຍາມ​ໃດ​ກໍ່​ຕັກ​ເຕືອນ​​ໃຫ້ພວກ​ເຮົາ​ທຸກ​ຄົນ ຍົກ​ສູງ​ນ້ຳ​ໃຈ​ປະຕິວັດ, ຍາມ​​ໃດ​ກໍ່​ຖື​ຜົນ​ປະ​ໂຫຍ​ດຂອງ​ຊາດ​ເປັນ​ຕົ້ນຕໍ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ: ອົງຄະ​ນະ​ພັກ ​ແລະ ກອງທັບ​ປະຊາຊົນ​ແຂວງ ຕ໋ຽນຢາງ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ນັກ​ວິລະ​ຊົນ ​ເຈືອງ​ດິ້ງ, ຍາມ​ໃດ​ກໍ່​ສາມັກຄີ, ຂະຫຍັນ​ຂັນ​ເຄື່ອນ​ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາ​ດ, ປະຕິບັດ​ບັນດາ​ຄາດໝາຍ​ເສດຖະກິດ - ສັງຄົມ​ປີ 2014 ​ເປັນ​ຢ່າງ​ດີ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ