ປະທານປະເທດເຈິ່ນດ້າຍກວາງຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດມາຍື່ນສານຕາຕັ້ງ

ປະທານປະເທດເຈິ່ນດ້າຍກວາງຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດມາຍື່ນສານຕາຕັ້ງ - ảnh 1
ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ
ຕ້ອນຮັບທ່ານ​ Parvathaneni Harish
(ພາບ: ສຳນັກຂ່າວສານ)

(vovworld) - ວັນ​ທີ 9/6, ຢູ່ ຮ່າ​ໂນ້ຍ, ທ່ານ​ Parvathaneni Harish ເອກ​ອັກຄະ​ລັດ​ຖະທູດ​ ສ ອິນ​ເດຍ ; ທ່ານ​ Lee Hyuk, ເອກ​ອັກຄະ​ລັດ​ຖະທູດ​ ສ.​ເກົາຫຼີ. ທ່ານ Kevin M. Isaac, ​ເອກ​ອັກຄະ​ລັດ​ຖະທູດ​ ແຊັງ​ກິ​ສ ​ແລະ ນິວິສ ​ໄດ້​ເຂົ້າ​ຍື່ນ​ສາ​ຕາ​ຕັ້ງ​ຕໍ່ທ່ານ ​ເຈິ່ນດ້າຍ​ກວາງ, ປະທານ​ປະ​ເທດ ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ຮັບ​ປະຕິບັດໜ້າທີ່​ການ​ທູດ​ຢູ່ ຫວຽດນາມ.

        ທີ່​ການ​ຕ້ອນຮັບທ່ານ​ Parvathaneni Harish, ເອກ​ອັກຄະ​ລັດ​ຖະທູດ​ ສ.ອິນ​ເດຍ, ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ເນັ້ນໜັກ​ວ່າ, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແຕ່​ປີ 2007. ທ່ານ​ປະທານ​ເຊື່ອ​ໝັ້ນ​ວ່າ, ທ່ານ​ ເອກ​ອັກຄະ​ລັດ​ຖະທູດ​ ສ.ອິນ​ເດຍ ຈະ​ມານະ​ພະຍາຍາມ​ຮ່ວມ​ມື​ກັບ ຫວຽດນາມ ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ກວ່າ​ເກົ່າ.

        ​ເມື່ອ​ຕ້ອນຮັບ ທ່ານ​ Lee Hyuk, ເອກ​ອັກຄະ​ລັດ​ຖະທູດ​ ສ.​ເກົາຫຼີ, ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າ, ຍາມ​ໃດ ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ສ.​ເກົາຫຼີ​ ໃນ​ທຸກ​ຂົງ​ເຂດ. ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ຫວັງ​ວ່າ, ສ.​ເກົາຫຼີ​ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ສະໜອງ​ທຶນ ODA.

        ທີ່​ການ​ຕ້ອນຮັບ ທ່ານ Kevin M. Isaac, ​ເອກ​ອັກຄະ​ລັດ​ຖະທູດ​ ​ແຊັງ​ກິ​ສ ​ແລະ ນິວິສ, ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ສະ​ແດ​ງຄວາມ​ພາກພູມ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ຂອງ​ການ​ພົວພັນ​ສອງ​ປະ​ເທດ​ໃນ​ຊຸມ​ປີຜ່ານ​ມາ, ພິ​ເສດ​ແມ່ນ​ເລື່ອງ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1/11/2013). ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ເຊື່ອ​ໝັ້ນ​ວ່າ, ທ່ານເອກ​ອັກຄະ​ລັດ​ຖະທູດ​ ​ແຊັງ​ກິ​ສ ​ແລະ ນິວິສ ຈະ​ສວມ​ບົດບາດ​ເປັນ​ຂົວ​ຕໍ່​ຢ່າງ​ຕັ້ງໜ້າ​ເພື່ອ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ