ປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ວ່າການແຂວງAichi,ຍີ່ປຸ່ນ

ປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ວ່າການແຂວງAichi,ຍີ່ປຸ່ນ - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບຜູ້ວ່າການແຂວງAichi,ຍີ່ປຸ່ນ)

(vovworld) - ຕອນ​ບ່າຍ​ວັນ​ທີ 12/09, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈ​ີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຜ​ູ້​ວ່າ​ການແຂວງ Aichi, ຍີ່​ປຸ່ນ, Hideaki Omura, ພວ​ມ​ມີ​ການ​ຢ້ຽມ​ຢາມ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າ​ຍກວາງ ຖື​ວ່າ, ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ກັບ​ແຂ​ວງ Aichi ພວມ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ດ້ວຍ​ວິ​ສາ​ຫະ​ກິດ​ຂອງ​ແຂວງກວ່າ 100 ແຫ່ງ​ໄດ້​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ແລະ ມີ​ຊາວ​ຫວຽດ​ນາມກວ່າ 13.000 ຄົນ​ພວມ​ດຳ​ລົງ​ຊ​ີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ແຂວງ Aichi. ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ແຂວງ Aichi ຍັງ​ໃຫຍ່​ຫຼວງ​ຢູ່, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ Aichi ມີ​ທ່າ​ແຮງ​ຄື: ອຸດ​ສາ​ຫະ​ກຳ​ລົດ​ໂອ​ໂຕ, ອຸດ​ສາ​ຫະ​ກຳ​ສຳ​ຮອງ, ກະ​ສິ​ກຳ… ທ່ານ​ປະ​ທານ​ປະ​ເທດ ​ຊີ້​ແຈ້ງວ່າ, ຍາມ​ໃດ​ຫວຽດ​ນາມ ກ​ໍ​ຖື​ເປັນ​ສຳ​ຄັນ ແລະ ປາ​ດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ຍີ່​ປຸ່ນ ເວົ້າ​ລວ​ມ ແລະ ແຂວງ Aichi ເວົ້າ​ສະ​ເພາະ. ພ້ອມ​ທັງ​ຢືນ​ຢັນ​ວ່າ, ຫວຽນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຍີ່​ປຸ່ນ, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ​ຈາກ​ແຂວງ Aichi ມາ​ລົ​ງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ