ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີສິງກະໂປ

ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີສິງກະໂປ - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບຮອງນາຍົກລັດຖະມົນຕີສິງກະໂປ)

(vovworld) - ໃນ​ຕອນ​ເຊົ້າ​ວັນ​ທີ 12/09, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ຜູ້​ປະ​ສານ​ງານ​ປ້ອງ​ກັນ​ສະ​ຫງົບ​ສ.ສິງ​ກະ​ໂປ ຊຽວ​ຈູງ​ສຽນ, ເຊິ່ງ​ພວມ​ມີ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ​ ທ່ານ​ປະ​ທານ​ປະເທດ ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​ໄດ້​ປະ​ກອບ​ສ່ວນ​ຮັດ​ແໜ​້ນ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ເວົ້າ​ລວ​ມ ແລະ ລະ​ຫວ່າງ​ການ​ນຳ 2 ປະ​ເທດ​ເວົ້າ​ສະ​ເພາະ, ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ໃຫ້ 2 ປະ​ເທດ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູນ​ໃໝ່. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕ້ານກໍ່​ການ​ຮ້າຍ​ທີ່​ມີ​ການ​ຈັດ​ຕັ້ງ, ຂ້າ​ມ​ຊາດ ແລະ ອາ​ຊະ​ຍາ​ກຳ​ທາງ​ດ້ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊຽວ​ຈູງ​ສຽນ ເອົາ​ໃຈ​ໃສ່​ເຖິງການ​ຊຸກ​ຍູ້​ກ່ຽວ​ກັບ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ ກໍ​ຄ​ື​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຂອງ 2 ຝ່າຍ, ໜູນ​ຊ່ວຍ​ການ​ສະ​ກັດ​ກັ້ນ ແລະ ​ກ່າວ​ເຕືອນ​ບັນ​ດາ​ໄພ​ກໍ່​ການ​ຮ້າຍ, ລັດ​ທິ​ໃຊ້​ຄວາ​ມ​ຮຸນ​ແຮງ ແລະ ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ, ຂ້າມ​ຊາດ​ໂດຍ​ໄວ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ຢູ່​ແຕ່​ລະ​ປະ​ເທດ. ນອກ​ນັ້ນ, 2 ຝ່າຍກໍ່​ຕັ້ງ​ໜ້າ​ເອົາ​ໃຈ​ໃສ່ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ດ້​ານ​ເສດ​ຖະ​ກິດ. ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ, ບັນ​ດາ​ວິ​ສາ​ຫະ​ກິດ​ສິງ​ກະ​ໂປ ຈະ​ຕັ້ງ​ໜ້າເຂ​ົ້າ​ຮ່ວມ​ການ​ລົງ​ທຶນ​ຜ່ານ​ບັນ​ດາ​ກອງ​ທຶນສ່ຽງ​ໄພ, ​ແລກ​ປ່ຽນ​ຂໍ້​ມູມ​ຂ່າວ​ສານ, ແບ່ງ​ປັນ​ບົດ​ຮຽນ ແລະ ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກັບ​ຕະ​ຫຼາດທົ່ວ​ໂລກ.
ຂ່າວ/ບົດ​ອື່ນ