ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານປະເທດລາວ ພັນຄຳ ວິພາວັນ

(VOVWORLD) - ຕອນບ່າຍວັນທີ 18 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກາງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານປະເທດ ສປປ.ລາວ ພັນຄຳ ວິພາວັນ
ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານປະເທດລາວ ພັນຄຳ ວິພາວັນ - ảnh 1 (ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານປະເທດລາວ ພັນຄຳ ວິພາວັນ)

ເນື່ອງໃນໂອກາດມາເຂົ້າຮ່ວມງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ປັບປຸງສາຍພົວພັນແບບພິເສດຫວຽດນາມ - ລາວ. ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາເຫດການສະເຫຼີມສະຫຼອງແຕ່ນີ້ຮອດທ້າຍປີ 2017, ເພື່ອໃຫ້ປີສາມັກຄີມິດຕະພາບຫວຽດນາມ - ລາວ ກາຍເປັນຂີດໝາຍຢ່າງເລິກເຊິ່ງໃນພະນັກງານ, ສະມາຊິກພັກ ແລະ ປະຊາຊົນ 2 ປະເທດຢ່າງແທດຈິງ. 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພ້ອມທັງຍູ້ແຮງບັນດາມາຕະການຊຸກຍູ້ວົງເງິນການຄ້າລະຫວ່າງ 2 ປະເທດ. ທ່ານປະທານປະເທດປາດຖະໜາວ່າ, ລາວ ຈະສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ລາວ…

        ສ່ວນທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງທີ່ໃຫຍ່ຫຼວງກວ່າໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ.

ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ຕ້ອນຮັບທ່ານຮອງປະທານປະເທດ ລາວ ພັນຄຳ ວິພາວັນ. ການນຳສອງທ່ານໄດ້ເຫັນດີນຳກັນໂດຍຖືວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແມ່ນຊັບສົມບັດອັນລ້ຳຄ່າຊື່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຄວນຮັກສາ, ເສີມຂະຫຍາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ