ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກເຂົ້າຢ້ຽມອຳລາ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກເຂົ້າຢ້ຽມອຳລາ - ảnh 1
ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກເຂົ້າຢ້ຽມອຳລາ

(vovworld) – ຕອນ​ເຊົ້າ​ວັນ​ທີ 29/12, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ Martin Klepetko, ເອກ​ອັກ​ຄະ​ລັດ​ຖະ​ທູດ ສ. ເຊັກ​ໂກ ປະ​ຈຳ ຫວຽດ​ນາມ ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ພ້ອມ​ແລ້ວ​ທີ່​​ຈະສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ​້​ບັນ​ດາ​ວິ​ສາ​ຫະ​ກິດ ສ. ເຊັກ​ໂກ ເຂົ້າ​ມາ​ຊອ​ກ​ຮູ້​ຕະຫຼາດ, ກາ​ລະ​ໂອ​ກາດ​ທຳ​ມາ​ຫາ​ກິນຢ​ູ່ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ວ່າ: ສ. ເຊັກ​ໂກ ສືບ​ຕໍ່​ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫ​ວຽດ​ນາມ ແລະ ສະ​ຫະ​ພາບ ເອ​ີ​ລົບ (ອີ​ຢູ), ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ (EVFTA) ໂດຍ​ໄວ ແລະ ຮັບ​ຮູ້​ກົດ​ລະ​ບຽບ​ເສດ​ຖະ​ກິດ​ການ​ຕະຫຼາດ​ຂອງ ຫວຽດ​ນາມ. ຫວຽດ​ນາມ ກຽມ​ພ້ອມ​ໜູນ​ຊ່ວຍ​ເພື່ອ​ ສ. ເຊັກ​ໂກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Martin Klepetko ​ກໍ່ຂອບ​ອົກ​ຂອບ​ໃຈ​ບັນ​ດາ​ການ​ຕີ​ລາ​ຄາ​​ຢ່າງຕັ້ງ​ໜ້າ​ຂອງ​ທ່ານ​ປະ​ທານ​ປະ​ເທດ ທີ່​ມີ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕ​ະ​ພາບ ການ​ຮ່ວມ​ມື​ລະ​ຫວ່າງ ສ. ເຊ​ັກ​ໂກ ແລະ ຫວຽດ​ນາມ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນດ້ານວັດ​ທະ​ນະ​ທຳ​ເພື່​ອ​ປັບ​ປຸງ​ຄວາມ​ເຂົ້າ​ອົ​ກ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ ກັນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ, ເພີ່​ມ​ທະ​ວີ​ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ເພື່ອ​ເຮັດ​ແນວ​ໃດ​ບັນ​ລຸ​​ຄາດ​ໝາຍ​ເຊິ່ງ 2 ຝ່າຍ​ພວມ​ປາດ​ຖະ​ໜາ.


ຂ່າວ/ບົດ​ອື່ນ