ປະທານປະເທດເຈີນດ້າຍກວາງພົບປະກັບປະທານສະພາຜູ້ແທນລາຊະດອນເບລາຣຸດແລະນາຍົກລັດຖະມົນຕີເບລາຣຸດ

(VOVWORLD) -ວັນທີ 27 ມິຖຸນາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ເບລາຣຸດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການພົບປະກັບທ່ານປະທານສະພາຜູ້ແທນລາຊະດອນເບລາຣຸດ Vladimir Andreichenko.
ປະທານປະເທດເຈີນດ້າຍກວາງພົບປະກັບປະທານສະພາຜູ້ແທນລາຊະດອນເບລາຣຸດແລະນາຍົກລັດຖະມົນຕີເບລາຣຸດ - ảnh 1(ການພົບປະ 2 ຝ່າຍ)

ທີ່ການພົບປະ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດເສີມຂະຫຍາຍບົດບາດຕິດຕາມກວດກາ ການຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ສະຫະພັນເສດຖະກິດອາຊີ - ເອີລົບ ແລະ ອະນຸສັນຍາກ່ຽວກັບການໜູນຊ່ວຍພາຫະນະຂົນສົ່ງຢູ່ຫວຽດນາມ ເພື່ອເປີດກວ້າງການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນລະຫວ່າງ 2 ປະເທດ.

        ສ່ວນທ່ານ Vladimir Andreichenko ຢືນຢັນວ່າ, ສະພາແຫ່ງຊາດເບລາຣຸດ ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງຫວຽດນາມ - ເບລາຣຸດ.

        ໃນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ເບລາຣຸດ Andrei Kobyakov, ທ່ານປະທານປະເທດ ເຈີນດ້າຍກວາງສະແດງຄວາມພຶງພໍໃຈກ່ຽວກັບການພັດທະນາອັນດີງາມຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ແລະ ຖືນີ້ແມ່ນພື້ນຖານຢ່າງໝັ້ນຄົງເພື່ອໃຫ້ 2 ປະເທດສືບຕໍ່ພັດທະນາການຮ່ວມມືຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.

        ທ່ານນາຍົກລັດຖະມົນຕີ Andrei Kobyakov ຢືນຢັນວ່າ, ຈະຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ກໍຄືວິສາຫະກິດເບລາຣຸດ ສົມທົບກັບບັນດາຄູ່ຮ່ວມມືຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ສະຫະພັນເສດຖະກິດອາຊີ - ເອີລົບ ແລະ ອະນຸສັນຍາກ່ຽວກັບການໜູນຊ່ວຍພາຫະນະຂົນສົ່ງຢູ່ຫວຽດນາມ. ລັດຖະບານເບລາຣຸດ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດຮ່ວມທຸລະກິດເຄື່ອນໄຫວຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ