ປະທານປະເທດເຈີ່ນດ້າຍກວາງພົບປະກັບພະນັກງານກົມສູ້ຮົບ,ກອງເສນາທິການໃຫຍ່

ປະທານປະເທດເຈີ່ນດ້າຍກວາງພົບປະກັບພະນັກງານກົມສູ້ຮົບ,ກອງເສນາທິການໃຫຍ່ - ảnh 1
ທ່ານ ເຈີ່ນ​ດ້າຍກວາງ ​ທີ່​ການ​ພົບ​ປະ

(vovworld) – ​ ​​​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ, ຕອນ​ເຊົ້າ​ວັນ​ທີ 21/12, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ພົບ​ປະ​ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ໃຫ້​ພະ​ນັກ​ງານ​ກົມ​ສູ້​ຮົບ, ກອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ລຸ້ນ​ຕ່າງໆ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຮັບ​ຮູ້ ແລະ ຊົມ​ເຊີຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ພະ​ນັກ​ງານ​​ກົມ​ສູ້​ຮົບ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ເຮັດ​ໜ້າ​ທີ່​ສາ​ກົນ, ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເປັນ​ຢ່າງ​ດີ, ກໍ່​ຄື​​ປະ​ຕິ​ບັດ​ໜ້າ​ທີ່ກໍ່​ສ້າງກອງ​ທັບ​ປະ​ຕິ​ວັດ​ເປັນ​ກອງ​ທັບ​ຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ. ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ ໄລ​ຍະ​ຈະ​ມາ​ເຖິງ ສະ​ພາບ​ການ​ໂລກ, ພາກ​ພື້ນ ແລະ ພາຍ​ໃນ​ປະ​ເທດ​ມີ​ການ​ຜັນ​ແປ​ໃຫມ່, ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ, ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ຂອງ​ປະ​ເທດ​ຢ່າງ​ມີ​ໄຊ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ວ່າ ບັນ​ດາ​ພະ​ນັກ​ງານ​ພ​ວມ​ເຮັດ​ວຽກ​ຢູ່ກົມສູ້​ຮົບ​​ຈົ່ງມານ​ະ​ພະ​ຍາ​ຍາມ​ສູ້​ຊົນ, ຝຶກ​ຝົນຫຼໍ່ຫຼອມ​ເພື່ອ​ມີ​ຈັ​ນ​ຍາ​ບັນ​ປອດ​ໄສ, ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ໝັ້ນ​ຄົງ​​ກຳ​ແໜ້ນ​ສະ​ພາບ​ການ​ເພື່ອເປັນ​ເຈົ້າ​ການ​ເປັນ​ເສ​ນາ​ທິ​ການ, ສະ​ເໜີ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ ແລະ ຍາວ​ນານ, ບັນ​ດາ​ບັນ​ຫາ​ສຳ​ຄັນ, ຍຸດ​ທະ​ສາດ​ໃນ​ໜ້າ​ທີ່ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ