ປະທານປະເທດເຈີນດ້າຍກວາງພົບປະເຈລະຈາກັບສັນຕະປາປາແລະນາຍົກລັດຖະມົນຕີວາຕີກັງ

ປະທານປະເທດເຈີນດ້າຍກວາງພົບປະເຈລະຈາກັບສັນຕະປາປາແລະນາຍົກລັດຖະມົນຕີວາຕີກັງ - ảnh 1
ທ່ານທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ
ພົບ​ປະ​ເຈ​ລະ​ຈາ​ກັບ​ສັນ​ຕະ​ປາ​ປາ Francis
(ພາບ: TTXVN)


(vovworld) - ​​​ ​​ ​​ຮຸ່ງ​ເຊົ້າ​ວັນ​ທີ 24/11 (ຕາມ​ເວ​ລາ​ຮ່າ​ໂນ້ຍ), ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງສັນ​ຕະ​ປາ​ປາ Francis, ທ່ານ​ປະ​ທານ​ປະ​ເທດ​ສ.ສ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ໄປ​ຢ້ຽມ​ຢາມ​ໂບດວາ​ຕີ​ກັງ, ພົບ​ປະ​ເຈ​ລະ​ຈາ​ກັບ​ສັນ​ຕະ​ປາ​ປາ Francis ແລະ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂບດ​ວາ​ຕີ​ກັງ Pietro Parolin. ສັນ​ຕະ​ປາ​ປາ Francis ໄດ້​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສ​ູງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ຢືນຢ​ັນ​ວ່າ, ນີ​້​ແມ່ນ​ໂອ​ກາດ​ເພືຶ່ອ​ໃຫ້​ຫວຽດ​ນາມ ແລະ ໂບດ​ວາ​ຕີ​ກັງ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ຜ່ານນັ້ນ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ. ໂບດ​ວາ​ຕີ​ກັງ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ຫວຽດ​ນາມ ແລະ ເລື່ອງ​ຫວຽດ​ນາມ ຮັບ​ເອົາ​ຄຳ​ເຫັນ​ສັງ​ຄົມ​ຢ່າງກວ້າງ​ຂວາງ​ກ່ອນ​ທີ່​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໄ​ສສາ​ສະ​ໜາ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ກໍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໄ​ສ​ສາ​ສະ​ໜາ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນຢ່າງສະ​ເໝ​ີ​ຕົ້ນ​ສະ​ເໝີ​ປາຍ, ພ້ອມ​ທັງ​​ປັບ​ປຸງກອບ​ກົດ​ໝາຍ​ໃຫ້​​ສົມ​ບູນ​ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ສິດນັ້ນ.

        ​ເນື​່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້​າຍກວາງ ໄດ້​ມີ​ການ​ພົບ​ປະ ແລະ ແລກ​ປ່ຽນ​ກັບ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ໂບດ​ວາ​ຕີ​ກັງ Pietro Parolin ກ່ຽວ​ກັບ​ສະ​ພາບ​ກາ​ໂຕ​ນິກ​ຫວຽດ​ນາມ ແລະ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ວາ​ຕີ​ກັງ.

ຂ່າວ/ບົດ​ອື່ນ