ປະທານປະເທດເຈີນດ້າຍກວາງພ້ອມດ້ວຍພັນລະຍາເລີ່ມຕົ້ນການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ບັງກະລາເທດ

(VOVWORLD) -ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ພ້ອມດ້ວຍພັນລະຍາໄດ້ດຳເນີນການເດີນທາງໄປຢ້ຽມຢາມບັງກະລາເທດ ໃນລະຫວ່າງວັນທີ 04 – 06 ມີນາ ນີ້.
ປະທານປະເທດເຈີນດ້າຍກວາງພ້ອມດ້ວຍພັນລະຍາເລີ່ມຕົ້ນການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ບັງກະລາເທດ - ảnh 1

ໃນເວລາ 17 ໂມງ ຂອງວັນທີ 04 ມີນາຕາມເວລາຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ພ້ອມດ້ວຍພັນລະຍາໄດ້ອອກເດີນທາງໄປນະຄອນ Dhaka, ເລີ່ມຕົ້ນການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ບັງກະລາເທດໃນລະຫວ່າງວັນທີ 04 – 06 ມີນານີ້, ຕາມຄຳເຊີນຂອງທ່ານປະທານາທິບໍດີ ບັງກະລາເທດ Mohammad Abdul Hamid . ທີ່ພິທີຕ້ອນຮັບຢ່າງເປັນທາງການ ຖືກຈັດຂຶ້ນ ຢູ່ສະໜາມບິນ Hazrat Shahjalalດ້ວຍພິທີຕ້ອນຮັບຢ່າງສົມກຽດສະຫງວນໃຫ້ການຕ້ອນຮັບປະມຸກລັດ...

ຕອນຄ່ຳວັນດຽວກັນຕາມເວລາທ້ອງຖິ່ນ, ຢູ່ນະຄອນDhaka, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ພ້ອມດ້ວຍພັນລະຍາໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດຫວຽດນາມ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ສຶກສາຮ່ຳຮຽນຢູ່ບັງກະລາເທດ.

ຕອນແລງຂອງວັນດຽວກັນ, ຫຼັງຈາກໄປຮອດນະຄອນ Dhaka, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງໄດ້ໃຫ້ກຽດຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຂອງບັງກະລາເທດ Abul Hassan Mahmod Aliທີ່ເຂົ້າຂໍ່ານັບ. ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ສະເໜີທ່ານລັດຖະມົນຕີກະຊວງການຕ່າງປະເທດຂອງສອງປະເທດ ຈົ່ງກະຕຸກຊຸກຍູ້ພະນັກງານ ແລະ ຂະແໜງການຕ່າງ ປະສານສົມທົບປະຕິບັດບັນດາຂໍ້ຕົກລົງຢ່າງມີປະສິດທິຜົນ ແລະ ຊຸກຍູ້ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 45 ປີ (1973 – 2018), ພິເສດແມ່ນການພົວພັນແລກປ່ຽນລະຫວ່າງປະຊາຊົນ, ເຊື່ອມຕໍ່ວິສາຫະກິດ ເພື່ອເຮັດໃຫ້ການພົວພັນລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງກວ່າອີກ.

ກ່ອນໜ້ານັ້ນ, ເມື່ອກັບເມື່ອຈາກນະຄອນ New Delhi, ສໍາເລັດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍໃນລະຫວ່າງວັນທີ 02 – 04 ມີນາຢ່າງຈົບງາມ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງໄດ້ສົ່ງສານ ເພື່ອສະແດງຄວາມຂອບອົກຂອບໃຈມາຍັງທ່ານປະທານາທິບໍດີ ສ. ອິນເດຍ Ram Nath Kowind ແລະສະແດງຄວາມຕື້ນຕັນໃຈ ຕໍ່ການຕ້ອນຮັບຢ່າງສົມກຽດ, ເຕັມໄປດ້ວຍຄວາມອົບອຸ່ນຖານສະຫາຍອ້າຍນ້ອງ ເຊິ່ງທ່ານປະທານາທິບໍດີRam Nath Kowind ພ້ອມດ້ວຍພັນລະຍາ, ບັນດາການນຳຂັ້ນສູງ ແລະ ປະຊາຊົນອິນເດຍ ໄດ້ສະຫງວນໃຫ້ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມໃນເວລາມາຢ້ຽມຢາມຢູ່ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ