ປະທານປະເທດເຈີ່ນດ້າຍກວາງໃຫ້ການຕ້ອນຮັບທ່ານຄຳເມິງພົງທະດີຫົວໜ້າຫ້ອງວ່າການສຳນັກງານປະທານປະເທດລາວ

ປະທານປະເທດເຈີ່ນດ້າຍກວາງໃຫ້ການຕ້ອນຮັບທ່ານຄຳເມິງພົງທະດີຫົວໜ້າຫ້ອງວ່າການສຳນັກງານປະທານປະເທດລາວ - ảnh 1
ການພົບປະໃນວັນທີ 1/7

(vovworld) - ທີ່​ການ​ຕ້ອນ​ຮັບ ວັນ​ທີ 1/7, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ​ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​​ສາຍ​ພົວ​ພັນ​ ຫວຽດນາມ-ລາວ ໃນ​ທຸກ​ຂົງ​ເຂດຢ່າງ​ຈົບ​ງາມ, ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ຕ່າງ​ປະ​ເທດ​ປ້ອງ​ກັນ​ຊາດ​, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ ແລະ​ ການ​ລົງ​ທຶນ. ທ່ານ​ປະ​ທານ​ປະ​ເທດ ​ສະ​ເໜີ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຕ້ອງ​ສືບ​ຕໍ່​ປະ​ສານ​ສົບ​ທົບ ຜັນ​ຂະ​ຫຍາຍ ຂໍ້​ຕົກ​ລົງ​ ລະ​ຫວ່າງ ສອງ​ກົມ​ການ​ເມືອງ, ບັນ​ດາ​ສັນ​ຍາ ແລະ ແຜນ​ການ ​ທີ່​ບັນ​ລຸ​ໄດ້ ຢູ່ກອງ​ປະ​ຊຸມ ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ປະ​ສົມ​ ລະ​ຫວ່າງ​ ລັດ​ຖະ​ບານ ຫວຽດ​ນາມ-ລາວ ໃຫ້​ດີ, ກໍ່​ຄື​ບັນ​ດາ​ໝ​າກ​ຜົນ​ທີ່​ບັນ​ລຸ​ໄດ້ ໃນ​ບັນ​ດາ​ການ​ຢ້ຽມ​ຢາມ​ ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ເຈີ່ນ​ດ້າຍກວາງ ຢັ້ງ​ຢືນ​ວ່າ: ພັກ, ລັດ​ປະ​ເທດ​ຫວຽດ​ນາມ ຍາມໃດກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ ໃຫ້​ແກ່​​ການ​ປັບ​ປ​ຸງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​, ຄວາມສາ​ມັກ​ຄີແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ລາວ. ຫວຽດ​ນາມ ຈະ​ເຮ​ັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອ​ງ​ຕົນ ສະ​ໜັບ​ສະ​ໜູນ, ຊ່ວຍ​ລາວ ຈັດ​ບັນ​ດາ​ເຫດ​ການ​ຂອງ ອາ​ຊຽນ ​ປີ 2016 ທີ່​ລາວ​ເປັນ​ປະ​ທານ ໃຫ້​ສຳ​ເລັດ​.

        ເມື່ອ​ລາຍ​ງານ​ ກັບ​ທ່ານ​ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ກ່ຽວ​ກັບ​ບາງ​ໝາກ​ຜົນ​ ຂອງ​ການ​ພົບ​ປະ​ເຈ​ລະ​ຈາ ລະ​ຫວ່າງ ສອງ​ຫ້ອງ​​ວ່າການ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ ລາວ-ຫວຽດ​ນາມ, ທ່ານ ຄຳ​ເມິງ ພົງ​ທະ​ດີ ຫົວ​ໜ້າ​ຫ້ອງ​ວ່າ​ການ​ສຳ​ນັກ​ງານ​ປະ​ທານ​ປະ​ເທດລາວ  ໃຫ້​ຮູ້​ວ່າ: ການ​ນຳ​ສອງ​ຫ້ອງ​ວ່າ​ການ​ໄດ້​ວາງ​ອກກ ລາຍການ​ປະ​ຕິ​ບັດ​ງານ​ ໄລ​ຍະ​ຈະ​ມາ​ເຖິງ, ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ​ ຂອງ​ແຕ່​ລະ​ຫ້ອງ​ວ່າ​ການ​ ໃນ​ໜ້າ​ທີ່​ເປ​ັນ​ເສ​ນາ​ທິ​ການ​ພາຍ​ໃນ, ຕ່າງ​ປະ​ເທດ ໃຫ້​ແກ່​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ຢ່າງຈະ​ແຈ້ງ.

          ກ່ອນ​ໜ້ານີ້, ໃນ​ຕອນ​ເຊົ້າ​ວັນ​ທີ 1/7, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ ດ່າວ​ຫວຽດ​ຈຸງ, ຫົວ​ໜ້າ​ຫ້ອງ​​ວ່າການ​ສຳ​ນັກ​ງານ​ປະ​ທານ​ປະ​ເທດຫວຽດ​ນາມ ໄດ້ພົບ​ປະ​ເຈ​ລະ​ຈາ ກັບ​ທ່ານ ຄຳ​ເມິງ ພົງ​ທະ​ດີ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງ​​ວ່າການ​ສຳ​ນັກ​ງານ​ປະ​ທານ​ປະ​ເທດລາວ. ນະ​ທີ່ນີ້, ສອງ​ຝ່າຍ​ແຈ້ງ​ໃຫ້​ກັນ​ຊາບ​ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຂອງ​ສອງ​ປະ​ເທດ, ກ່ຽວ​ກັບ​ວຽກ​ງານ​ພິ​ທີ​ການຂອງ​ຫ້ອງ​ວ່າການ, ວຽກ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ຢ້​ຽມຢາມ ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ ໃນ​ໄລ​ຍະ​ຜ່ານ​ມາ… ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ແລກ​ປ່ຽນ​ບັນ​ດາ​ບົດ​ຮຽນ ຂັ້ນ​ວິ​ຊາ​ການ, ຊຸກ​ຍູ້​ກາ​ນ​ພົວ​ພັນ​ຮ່ວມ​ມືສະ​ໜິດ​ແໜ້ນ, ​ໄມ​ຕີ​ຈິດ ລະ​ຫວ່າງ ສອງ​ຫ້ອງ​ວ່າ​ການ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ​້ນ, ມີ​ປະ​ສິດ​ທິ​ຜົນ​ກວ່າ.


ຂ່າວ/ບົດ​ອື່ນ