ປະທານປະເທດເຈີນດ້ານກວາງພົບປະເຈລະຈາກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni

ປະທານປະເທດເຈີນດ້ານກວາງພົບປະເຈລະຈາກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni  - ảnh 1
(ທ່ານປະ​ທານ​ປະ​ເທດ​ເຈ​ີນ​ດ້ານກວາງ​ພົບ​ປະ​ເຈ​ລະ​ຈາ
​ກັບພະ​ບາດ​ສົມ​​ເດັດພະ​ບໍ​​ລົມ​ມະ​ນຽດ​ Norodom Sihamoni)

(vovworld) - ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງພະ​ບາດ​ສົມ​ເດັດພະ​ບໍ​ລົມ​ມະ​ນຽດ Preah Bat Samdech Preah Boromneath Norodom Sihamoni ແຫ່ງ​ລາ​ຊະ​ອາ​ນາ​ຈັກກຳ​ປູ​ເຈຍ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈ​ີນ​ດ້າຍກວາງ ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ລັດ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໃນ​ລະ​ຫວ່າງວັນ​ທີ 15 – 16/06. ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ ເຈ​ີນ​ດ້າຍກວາງ ແລະ ພັນ​ລະ​ຍາ​ຢ່າງ​ເ​ປັນ​ທາງ​ການ ໃນ​ຕອນ​ເຊົ້າ​ວັນ​ທີ 15/06 ໄດ້ດຳ​ເນີນ​ຢ່າງ​ສົ​ມ​ກຽດ​ຢ​ູ່​ພະ​ລ​າ​ຊະ​ວັ​ງ​ນະ​ຄອນ​ຫຼວງ ພະ​ນົມ​ເປັນ. ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກວາງ ໄດ້​ມີ​ການ​ພົບ​ປະ​ກັບພະ​ບາດ​ສົມເ​ດັດພະ​ບໍ​ລົມ​ມະ​ນຽດ Norodom Sihamoni ທີ່​ພະ​ລາ​ຊະ​ວັງ. ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ພະ​ບາດ​ສົມ​​ເດັດພະ​ບໍ​ລົມ​ມະ​ນ​ຽດ​ກຳ​ປູ​ເຈຍ Norodom Sihamoni ໄ​ດ​້​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທ​ດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ທ່ານ​ປະ​ທ​ານ​ປະ​ເທດຢືນ​ຢັນ​ວ່າ, ຫວຽດ​ນາມ ຍາມ​ໃດ​ກໍ່ຖື​ເປັນ​ສຳ​ຄັນ​ພິ​ເສດ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ກຳ​ປູ​ເຈຍ ແລະ ປາດ​ຖະ​ໜາ​ຢາກສືບ​ຕໍ່​ພ້ອມ​ກັບ​ກຳ​ປູ​ເຈຍ ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ຕາມ​ທິດ​ນຳ “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ​ການຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຍາ​ວ​ນານ”, ເພື່ອ​ຜົນ​ປະ​ໂຫຍດ​ລວ​ມ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​​ຖຽນ​ລະ​ພາບ, ​ການຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ພ້ອມ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືຶອງ, ເສດ​ຖະ​ກິດ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ກໍ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ, 2 ຝ່າຍ​ສົມ​ທົບ​ກັນ​ໃນ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ແໜ້ນ​ແຟ​້ນ, ແກ້​ໄຂ​ບັນ​ດາ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ຊາຍ​ແດນ​ຢ່າງ​ເປັນ​ທາງ​ການ, ເພີ່ມ​ທະ​ວີ, ຮັກ​ສາ​ການ​ລາດ​​ຕາ​ເວນ​ຮ່ວມ​​ກັນບົນ​ທະ​ເລ… 2 ປະ​ເທດກໍ່​ຍູ້​ແຮງ​ການ​​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​​ວັດ​ທະ​ນ​ຳ, ​​ການຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສ​ຸກ ແລະ ສຶກ​ສາ​ອົບ​ຮົບ​ໃຫ້​ລຸ່ນ​ໜຸ່ມ 2 ປະ​ເທດ, ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ