ປະທານປະເທດເຈືອງ ເຕີນຊາງພົບປະກັບການ ນຳປະເທດລັດເຊຍ, ສ.ເກົາຫຼີ, ນິວຊີແລນ

ປະທານປະເທດເຈືອງ ເຕີນຊາງພົບປະກັບການ ນຳປະເທດລັດເຊຍ, ສ.ເກົາຫຼີ, ນິວຊີແລນ - ảnh 1
ປະທານປະເທດເຈືອງເຕີນຊາງແລະ ປະທານາທິບໍດີລັດເຊຍ V.Putin
(ພາບ: TTXVN)

(vovworld)– ວັນ​ທີ 11/11, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ລັດ​ເຊຍ V.Putin, ປະທານາທິບໍດີ​ສ.​ເກົາຫຼີ Park Geun hye ​ແລະ​ທ່ານ​ນາຍົກລັດຖະມົນຕີນິວຊີ​ແລນ John Key ​ໃນ​ໂອກາ​ດ​ເຂົ້າຮ່ວມກອງ​ປະຊຸມ​ຂັ້ນສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (​ອາ​ເປັກ) ​ຄັ້ງທີ 22 ຢູ່​ປັກ​ກິ່ງ, ປະ​ເທດ​ຈີນ. ທີ່​ການ​ພົບ​ປະ​ກັບປະທານາທິບໍດີ​ລັດ​ເຊຍ V.Putin, ການ​ນຳ​ສອງ​ທ່ານ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ ​ແລະ ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ລັດ​ເຊຍ. ສອງ​ຝ່າຍ​ຢືນ​ຢັນ​ຈະ​ສືບ​ຕໍ່​ແລກປ່ຽນ​​ຄະນະ​ຜູ້​ແທນ​ຂັ້ນຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນສູງ. ການ​ນຳ​ສອງ​ທ່ານ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ຄືບໜ້າ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ​ເຫັນ​ດີ​ຈະ​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ​ ​ແລະ ​ເຊັນ​ສັນຍາ​ການ​ຄ້ານ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ສຳພັນ​ທະ​ມິດ​ພາສີ​ລັດ​ເຊຍ-​ກາ​ຊັກ​ສະຖານ-​ເບ​ລາຣຸດ ໂດຍ​ໄວ.

   ທີ່​ການ​ພົບ​ປະ​ກັບປະທານາທິບໍດີ​ສ.​ເກົາຫຼີ Park Geun hye, ສອງ​ຝ່າຍ​ໄດ້ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ສ.​ເກົາຫຼີ​ ເລິກ​ເຊິ່ງຂຶ້ນ​ຕື່ມ, ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່ບັນລຸ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

   ທີ່​ການ​ພົບ​ປະ​ກັບທ່ານ​ນາຍົກລັດຖະມົນຕີນິວຊີ​ແລນ John Key, ການ​ນຳ​ສອງ​ທ່ານ​ໄດ້​​ເຫັນ​ດີ​ຕ້ອງ​ຂຸດ​ຄົ້ນບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ສຸດ​ຂີດ, ຕັ້ງໜ້າ​ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ 2013-2016 ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ນິວຊີ​ແລນ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ​ແລະ ສະໜັບສະໜູນ​ຊື່​ງກັນ ​ແລະ ກັນ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ./.

ຂ່າວ/ບົດ​ອື່ນ