ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແຂວງກວາງນາມ

ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແຂວງກວາງນາມ - ảnh 1

ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງມອບ​ຂອງຂວັນ​ໃຫ້

 ປຊຊ ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່ ກິດຈະກຳ​ເຄື່ອນ​ໄຟຟ້າ​ນ້ຳຕົກ​ແມ່ນ້ຳ​ແຈງ 2

 (ພາບ: .tienphong.vn)

(vovworld)- ​ ​ວັນ​ທີ 15/12, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​ສູນ​ກາງ​​ໄດ້​ໄປ​ຢ້ຽມຢາມ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່ ກິດຈະກຳ​ເຄື່ອນ​ໄຟຟ້າ​ນ້ຳຕົກ​ແມ່ນ້ຳ​ແຈງ 2 ຕາ​ແສງ​ຈ່າ​ດົກ-​ເມືອງ​ຈ່າ​ມີ​ເໜືອ-​ແຂວງ​ກວາງ​ນາມ ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ ປຊຊ ​ແລະ ສຳ​ຫຼວດກວດກາ​ຂັ້ນຕອນ​ການ​ເຄື່ອນ​ໄຫວ​ຂອງ​ກິດຈະກຳ​ດັ່ງກ່າວ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​​ໄດ້​ຕັກ​ເຕືອນ​ວ່າ: ອຳ​ນາ​ດ ການ​ປົກຄອງຂັ້ນຕ່າງໆຈົ່ງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີວິດ​ການ​​ເປັນ​ຢູ່​ຂອງ ປຊຊ ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່ ​ແລະ ຕ້ອງ​ມີ​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ​ຄອບຄົວ ​ແລະ ຊຸກຍູ້​​ເສດຖະກິດ​ທ້ອງ​ຖິ່ນ, ຍູ້​ແຮງ​ການ​ປູກຝັງ ​ແລະ ລ້ຽງສັດ…

  ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້ ປຊຊ ​ເຂດ​ນ້ຳຖ້ວມ​ຕາ​ແສງ​ດ້າຍ​ຮື​ງ-​ເມືອງ​ດ້າຍ​ລົກ-​ແຂວງ​ກວາງ​ນາມ.

   ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ແຂວງ​ກວາງ​ນາມ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ແລະ ສະພາກາ​ແດງ​ຫວຽດນາມ ​ໄດ້​ມອບ​ຂອງ​ຂັວນ 100 ພູດ ​ແລະ ງົວ 170 ​ໂຕ​ໃຫ້ ປຊຊ ທຸກ​ຍາກ​ໃນ​ທົ່ວ​ແຂວງ./.

ຂ່າວ/ບົດ​ອື່ນ