ປະທານປະເທດເຈືອງ ເຕີນຊາງສີ້ນສຸດການ ຢ້ຽມຢາມແດນມາກ ຢ່າງຈົບງາມ

ປະທານປະເທດເຈືອງ ເຕີນຊາງສີ້ນສຸດການ ຢ້ຽມຢາມແດນມາກ ຢ່າງຈົບງາມ - ảnh 1
ການພົບປະລະຫວ່າງ ຄະນະຜູ້ແທນ ຫວຽດນາມ ກັບ ຄະນະຜູ້ແທນສະພາແຫ່ງຊາດ ແດນມາກ

(vovworld) – ​ໃນ​ຂອບ​ເຂດການ​ຢ້ຽມຢາມ ​ແດນ​ມາກ, ຕອນ​ບ່າ​ຍວັນ​ທີ 20/9, ຕາມ​ເວລາ​ແດນ​ມາກ, ທ່ານ​ປະທານ​ປະ​ເທດຫວຽດນາມ ​​ເຈືອງ​ເຕີນ​​ຊາງ ໄດ້​ເຂົ້າຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ-​ແດນ​ມາ ​ແລະ ພົບ​ປະ​ກັບ​ກັບ​ເຈົາຄອງ​ນະຄອນ Copenhaghen. ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດຫວຽດນາມ ​​ເຈືອງ​ເຕີນ​​ຊາງ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ບົດ​ບັນທຶອຊ່ວຍ​ຈຳ​ລະຫວ່າ​ງການ​ນຳ​ນະຄອນ​ຮ່າ​ໂນ້ຍ ​ແລະ Copenhaghen ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ກັນ​ພັດທະນາ​ໃນ​ບັນດາ​ຂົງ​ເຂດ​ວາງ​ແຜນຜັງ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ເຕີຍ​ບ​ໂຕ​ຂຽວ…ເຂົ້າຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ-​ແດນ​ມາກ, ທ່ານ​ປະທານ​ປະ​ເທດຫວຽດນາມ ​​ເຈືອງ​ເຕີນ​​ຊາງ ຖື​ວ່າ: ຫວຽດນາມ ​ແມ່ນ​ພື້ນຖານ​​ເສດຖະກິດ​ມີ​ການເຕີບ​ໂຕ​ໄວ, ພວມ​ເປັນ​ເຈົ້າການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ. ຫວຽດນາມ​ ຢາກ​ຍູ້​ແຮ​ງການ​ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ເພື່ອ​ແນ​ໃສ່​ສ້າງ​ເງື່ອ​ນໄຂສະດວກ​ໃຫ້​ບັນດາ​ນັກລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນມີ​ບັນດາ​ນັກ​ລົງທຶນ​ແດນ​ມາກ. ​ແດນ​ມາກ​ ພວມ​ກາຍ​ເປັນ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ຢູ່​ເອີ​ລົບ​ເໜືອ ​ແລະ ອີ​ຢູ. ທ່ານ​ປະທານ​ປະ​ເທດຫວຽດນາມ ​​ເຈືອງ​ເຕີນ​​ຊາງ ​ເນັ້ນໜັກ​ວ່າ:

  “ຄວາມ​ສາມາດ​ບົ່ມຊ້ອ​ນຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ​ແດນ​ມາກ​ ຍັງ​ໃຫ່ຍຫຼວງ​ຢູ່. ຂ້າພະ​ເຈົ້າຖື​ວ່າ: ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ທີ່​ສອງ​ປະ​ເທດ​ພວກ​ເຮົາ​ມີ​ກາລະ​ໂອກາດ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ. ​ແດນ​ມາກ​ ແມ່ນ​ພື້ນຖານ​ເສດຖະກິດ​ພັດທະນາ, ມີ​ແຫຼ່ງທຶນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ພັດທະນາ ​ໃນ​ຂະນະ​ທີ່​ຫວຽດນາມ ມີ​ທ່າ​ແຮງ​ໃນ​ການ​ຜະລິດ​ກະ​ສິກຳ, ມີ​ແຫຼ່ງຊັບພະຍາກອນ​ມະນຸດ​ຫຼວງ​ຫຼາຍ,ມີ​ສີມື​ດີ ​ແລະ ພີ​ເສດ​ແມ່ນ​ມີ​ຕະຫຼາດ​ຈຳ​ໜ່າຍ​ກ້ວາງ​ຂວາງ. ບັນດາ​ຂົງ​ເຂດ​ທີ່​ພວກ​ເພື່ອນ​ມີທ່າ​ແຮງ ​ແມ່ນ​ບັນດາ​ຂົງ​ເຂດ​ຊື່​ງຫວຽດນາມ​ ພວກ​ຕ້ອງ​ການ ​ແລະ ຢາກ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ“.

  ກ່ອນ​ໜ້ານັ້ນ, ຄື​ໃນຕອນ​ຄຳ່​ວັນ​ທີ 19/9, ຕາມ​ເວລາ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​​ເຈືອງ​ເຕີນ​ຊາງ ​​ພົບ​ປະ​ກັບ​ທ່ານປະທານສະພາ​ແຫ່ງ​ຊາດ ​ແດນມາກ Mogens Lykkentoft. ທີ່ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ແຫຼ່ງທຶນ ODA ຊ່ວຍ​ເຫຼືອ​ລ້າ​ຂອງ ​ແດນ​ມາກ ​ທີ່​ສະຫງວນໃຫ້​ແກ່ ຫວຽດນາມ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ປັບປຸງ​ເງື່ອນ​ໄຂ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ກໍ່​ຄື​ຍົກ​ສູງ​ຄວາມ​ສາມາ​ດຂອງ​ບັນດາ​ອົງການ​ຂອງ ຫວຽດນາມ ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ຕ່າງໆ​ຄື: ການບໍລິຫານ​ລັດ, ການປະຕິ​ຮູບດ້ານ​ການ​ບໍລິ​ຫານ.​.​.​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ແດນມາກ Mogens Lykkentoft ຢືນຢັນ​ການ​ຢ້ຽມຢາມ​ຂອງ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຖິງ ​ແດນ​ມາກ​ ຈະ​ເປີດ​ໄລຍະ​ຮ່ວມ​ມື​ໃໝ່, ຮອບດ້ານ ​ແລະ ​ເລິກ​ເຊິ່ງລະ​ຫວ່າງ 2 ປະ​ເທດ​ກ່ວາ​ອີກ​. ທີ່​ການ​ພົບ​ປະ, 2 ຝ່າຍ​ກໍ່​ສະ​ແດງ​ຄວາມ​ພາກ​ພຸມ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງລັດຖະສະພາ​ 2 ປະ​ເທດ, ຊົມ​ເຊີຍ​ເລື່ອງ​ສືບ​ຕໍ່​ຜັນ​ຂະ​ຫຍາ​ຍບັນດາ​ຂໍ້​ລິ​ເລີ່​ມ ​ແລະ ການ​ຮ່ວມ​ມື. ຕອນ​ບ່າຍ ​ແລະ ຕອນ​ຄຳ່​ວັນ​ທີ 19/9, ຕາມ​​ເວລາ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ​ສະ​ຖາ​ບັນ​ຄົ້ນ​ຄ້ວາສະພາບ​ນ້ຳ​ຢູ່​ທົ່ງ​ນາ, ຕ້ອນຮັບ​ການ​ນຳ​ກຸ່ມ​ບໍລິສັດ​ວິ​ສາ​ຫະກິດຈຳນວນ​ໜຶ່ງ ​ແລະ ການ​ນຳ​ມະຫາວິທະຍາ​ໄລດຳ​ເນີນ​ທຸລະ​ກິດ Niels Brock.

    ​ເນື່ອງ​ໃນ​ໂອກາດ​ນີ້, ຫວຽດນາມ ​ແລະ ​ແດນ​ມາກ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​, ​ໃນ​ນັ້ນ​ເຫັນ​ດີ​ເປັນ​ເອກະສັນ​ຍົກ​ລະດັບ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສ້າງ​ຂອບ​ເຂດ​ລວມ​ໃຫ້​ແກ່​ການ​ເປີດ​ກ້ວາງ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ຊົມ​ເຊີຍ​ເລື່ອງ​ເລີ່​ມ​ດຳ​ເນີນ​ການ​ເຈລະຈາ​ສັນ​ຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ອີ​ຢູ ​ແລະ ຫວຽດນາມ ​​ໃນ​ເດືອນ 6/2012 ​ໃນ​ອາຍຸ​ການ​ເປັນ​ປະທານ ອີ​ຢູ ຂອງ​ແດນ​ມາກ ​ແລະ ສະໜັບສະໜູນ​ເລື່ອງ​ສ້າງ​ສຳ​ເລັກ​ສັນຍາ FTA ທີ່​ມີ​ຄວາມດຸ່ນ​ດຽງ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໂດຍ​ໄວ. 2 ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ເລື່ອງ​ຮັບ​ຮູ້​ກົດ​ລະບຽບ​ເສ​ດຖະກິດ​ການ​ຕະຫຼາດ​ສຳລັບ ຫວຽດນາມ ​ໃນ​ໄລຍະ​​ໄວ​ທີ່​ສຸດ. ຫວຽດນາມ - ​ແດນ​ມາກ ກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອາ​ກາດ, ພະລັງງານ​, ສິ່ງ​ແວດ​ລ້ອມ ​ແລະ ​ເຕີບ​ໂຕ​ຂຽວ.​​..​

ຂ່າວ/ບົດ​ອື່ນ