ປະທານປະເທດເຈຶອງເຕິນ ຊາງໃຫ້ການຕ້ອນຮັບ ບັນດາທ່ານເອກອັກ ຄະລັດຖະທູດ


ປະທານປະເທດເຈຶອງເຕິນ ຊາງໃຫ້ການຕ້ອນຮັບ ບັນດາທ່ານເອກອັກ ຄະລັດຖະທູດ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ

(ພາບ: http://truongtansang.net)

 (vovworld)- ສ້າງ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ​​ເພື່ອໃຫ້​ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ ປະຕິບັດ​ສຳ​ເລັດ​ໜ້າ​ທີ່ຢູ່​ຫວຽ​ດນາມ. ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ທີ່​ການ​ຕ້ອນ​ຮັບເອກ​ອັກຄະ​ລັດຖະທູດ 10 ທ່ານມາ​ຍື່ນ​ສານ​ຕາຕັ້ງ​ເມື່ອ​ຕອນ​ເຊົ້າວັນທີ 6/3, ​ໃນ​ນັ້ນມີ​ທ່ານເອກ​ອັກຄະ​ລັດຖະທູດປາ​ກີ​ສະຖານ, ບຣູ​ໄນ, ​ອູ​ໄນ​ເຕບອາຣັບ​ເອມີ​ເລດ (UAE), ກາ​ຊັກ​ສະຖານ, ອີ​ຢີບ, ມ້ຽນ​ມາ, ​ໄທ.

  ​ໃນ​ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດບຣູ​ໄນ, ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖື​ວ່າ: ​ແງ່​ຫວັງ​ແຫ່ງການຮ່ວມ​ມື​ສອງ​ຝ່າຍ​ຍັງ​ໃຫ່ຍຫຼວງ​ຢູ່, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ດ, ກະສິກຳ ​ແລະ ການທ່ອງທ່ຽວ…​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ, ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ວັດທະນະ​ທຳ ​ແລະ ການ​ສຶກສາ​ໂດຍ​ໄວ.

  ​ໃນ​ການ​ຕອ້ນຮັບ​ທ່ານເອກ​ອັກຄະ​ລັດຖະທູດ ອູ​ໄນ​ເຕບອາຣັບ​ເອມີ​ເລດ (UAE), ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງຢືນຢັນ​ວ່າ, ຍາມ​ໃດ​ກໍ່​ຖືວ່າ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ກັບ ອູ​ໄນ​ເຕບອາຣັບ​ເອມີ​ເລດ (UAE), ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລະ ອອກ​ແຮງ​ງານ.

  ​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາຊະ​ອານາຈັກ​ໄທ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ໄທ ມາ​ລົງທຶນ​ຢູ່​ຫວຽດນາມ./.

ຂ່າວ/ບົດ​ອື່ນ