ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສະພາສູງຍີ່ປຸ່ນ

ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສະພາສູງຍີ່ປຸ່ນ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສະພາສູງຍີ່ປຸ່ນ)

(vovworld) -  ​ຕອນ​ບ່່າຍ​ວັນ​ທີ 08/12, ທີ່​ການ​ຕ້ອ​ນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ສູງ​ຍີ່​ປຸ່ນ Yamazaki Massaki ທີ່​ພວ​ມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນ​າມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ, 2 ປະ​ເທດ ໄດ້​ຜັ​ນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​​ໃນ​ທຸ​ກ​ຂົງ​ເຂດຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ລະ​ຫວ່າງສະ​ພາ​ແຫ່ງ​ຊາດ 2 ປະ​ເທດ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ແລະ ທຸກ​ຂັ້ນ​ເປັນ​ປະ​ຈຳ, 2 ຝ່າຍ​ໄດ້​ຮ່ວມ​ມື​ກັນ​ບົນ​ເວ​ທີ​ປາ​ໄສ​ພາກ​ພື້​ນ ແລະ ສາ​ກົນ​ຢ່າງ​ແໜ້ນ​ແຟ້ນ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຂອ​ບ​ໃຈ​ສະ​ພາ​ແຫ່ງ​ຊາດຍ​ີ່​ປຸ່ນ ທີ່​ໄດ້​ອອກ​ສຽງ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດ​ນ​າມ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ ໃນ​ການ​ແກ້​ໄຂ​ ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວ​ັນ​ອອກ.

      ຕີ​ລາ​ຄາ​ສູງ​ເລື່ອງ​ຍີ່​ປຸ່ນ ສະ​ຫງວຽ​ນ ODA ໃຫ້​ແກ່​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ປາດ​ຖະ​ໜາ​ວ່າ, ຍີ່​ປຸ່ນ ຈະ​ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ, ພ້ອມ​ທັງ​ຍູ້​ແຮງ​ກາ​ນ​ແລກ​ປ່ຽນ​ການ​ຄ້າ, ໜູນ​ຊ່ວຍ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ຫວຽດ​ນາມ ໃນ​ການ​ຜະ​ລິດ​ກິ​ສິ​ກຳ, ​ການປະ​ມົງ​ທີ່​​ມີ​ຄຸນ​ນະ​ພາບ​ສູງ…

      ສ່ວນ​ທ່ານ​ປະ​ທານ​ສະ​ພາ​ສູງ​ຍີ່​ປຸ່ນ Yamazaki ຢື​ນ​ຢັ​ນ​ວ່າ, ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​​ຍີ່​ປ​ຸ່ນ ຈ​ະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ​ທ່ານ​ປະ​ທານ​ສະ​ພາ​ສູງ​ຍີ່​ປຸ່ນ Yamazaki ໄດ້​ສະ​ແດງ​ໃຫ້​ເຫັນທັດ​ສະ​ນະບໍ່​ຮັບ​ຮູ້​ການ​ປ່ຽນ​ແປງ​ສະ​ພາບ​ເດີ​ມ ແລະ ​ການນາບ​ຂູ່​ນຳ​ໃຊ້​​ກຳ​ລັງອາ​ວຸດ. ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດ​ນາມ ແລະ ປະ​ເທດ​ຕ່າງໆ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ໂ​ດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເ​ຈົ້າ​ລົບ​ກົດ​ໝາຍ​ສ​າ​ກົນ.

ຂ່າວ/ບົດ​ອື່ນ