ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳລາວ

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳລາວ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ຕ້ອນຮັບທ່ານ ບຸນ​ເກີດ ສັງ​ສົມ​ສັກ
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 5/11, ທີ່​ການ​ຕ້ອນຮັບ​ທ່ານ ບຸນ​ເກີດ ສັງ​ສົມ​ສັກລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ລາວ ຢູ່​ຮ່າ​ໂນ​້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຫວັງ​ວ່າ ​ໃນ​ການ​ຢ້ຽມ​ຢາມ​ ຫວຽດນາມ ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ກະຊວງ​ຍຸຕິ​ທຳ ລາວ ຈະ​ແລກປ່ຽນ​ບົດຮຽນ​ກັບ ຫວຽດນາມ, ​ໜູນ​ໃຊ້ບັນດາ​ຜົນງານ ​ທີ່​ແທດ​ເໝາະກັບ​ສະພາບ​ການຂອງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ຄວາ​ມສຳຄັນ​ຂອງ​ພາລະ​ກິດປະຕິ​ຮູບ​ດ້ານ​ຕຸລາການໃນ​ສະພາວະ​ເຊື່ອມ​ໂຍງ, ພ້ອມ​ທັງ ສະ​ເໜີ ຫວຽດນາມ ​ແລະ ລາວ ສື​ບຕໍ່​ເພີ່ມ​ທະວີ​ສົມທົບ​ກັນ​ລະຫວ່າງ​ບັນດາ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ ລາວ ​ໃນ​ການ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​​ແກ່​ພະນັກງານ; ປະກອບສ່ວນ​ສ້າງ​ພື້ນຖານ​ດ້ານ​ຍຸຕິ​ທຳ​ເຄື່ອນ​ໄຫວ​ຢ່າງມີ​ປະສິດທິ​ຜົນ.

        ສ່ວນ​ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ລາວ ປາດ​ຖະໜາ​ຢາກ​​ໃດ້ຮັບ​ການ​ໜູນ​ຊ່ວຍ​ຈາກ ຫວຽດນາມ ​ໃນ​ການ​ສົ່ງ​ນັກ​ຊ່ຽວຊານ​ຂັ້ນ​ສູງ ຊ່ວຍ​ ລາວ ສ້າງວິວັດ​​ການ​ປະຕິ​ຮູບດ້ານ​ຕຸລາການ, ຫັນ​ບັນດາ​ແຜນ​ນະ​ໂຍບາຍ​ທິດ​ທາງ​ຂອງ​ພັກ, ລັດ ລາວ ​ເປັນ​ລະອຽດ ​ໃນການ​ກໍ່ສ້າງ​ພື້ນຖານ​ຍຸຕິ​ທຳ​ປອດ​ໃສ ​ແລະ ​ ໝັ້ນຄົງເຂັ້ມ​ແຂງ​.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ​ເຈືອງ​ຮ່ວາ​ບິ່ງ ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ລາວ. ທ່ານ​ ເຈືອງ​ຮ່ວາ​ບິ່ງ ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ຈະ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ປະຕິ​ຮູບ​ດ້ານ​ຕຸລາການກັບ ລາວ. ທ່ານ​ເຈືອງ​ຮ່ວາ​ບິ່ງ ​ແຈ້ງ​ໃຫ້​ຊາບວ່າ: ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ພວມ​ໜູນ​ຊ່ວຍ​ສານ​ປະຊາຊົນ​ສູງ​ສຸດ ລາວ ຄົ້ນຄວ້າ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສານ​ບໍລິຫານ​ໃນ​ລະບົບ​ສານ​ປະຊາຊົນ. ຄຽງ​ຂ້າງ​ນັ້ນ, ສານ​ປະຊາຊົນ​ຂັ້ນ​ແຂວງ​ຫລາຍ​ແຫ່ງ ຂອງ 2 ປະ​ເທດ ຫວຽດນາມ - ລາວ ​ໄດ້​​ເຊັນ​ຂໍ້​ຕົກລົງ​ການ​ຮ່ວມ​ມື ​ແລະ ພວມ​ສົມທົບ​ກັນ​ໃນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ຢ່າງ​ແໜ້ນ​ແຟ້ນ. ສ່ວນ​ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ​ໃຫ້​ຮູ້​ວ່າ: ​ໃນ​​ໄລຍະ​ຈະ​ມາ​ເຖິງ ລາວ ກໍ​ຈະ​ດຳ​ເນີນ​ການ​ປັບປຸງ​ລັດຖະທຳ​ມະນູນ. ທ່ານ ບຸນ​ເກີດ ສັງ​ສົມ​ສັກ ຢືນຢັນ​ວ່າ: ລັດຖະບານ ​ແລະ ກະຊວງ​ຍຸຕິ​ທຳ ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່​ອ​ແນ​ໃສ່​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ໃນ​ຂອບ​ເຂດ​ຍຸຕິ​ທຳ​ເວົ້າ​ສະ​ເພາະ ​ແລະ ການ​ພົວພັນ 2 ປະ​ເທດ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ