ປະທານປະເທດເຈືອງເຕີນຊາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍປະຈຳຫວຽດນາມເຂົ້າຢ້ຽມອຳລາ

ປະທານປະເທດເຈືອງເຕີນຊາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍປະຈຳຫວຽດນາມເຂົ້າຢ້ຽມອຳລາ - ảnh 1
ປະທານປະເທດເຈືອງເຕີນຊາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍປະຈຳຫວຽດນາມເຂົ້າຢ້ຽມອຳລາ
(ພາບ: TTXVN)


(vovworld) – ​​ ​​ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ Andrei Kovtun ເຂົ້າ​ຢ້ຽມ​ອ​ຳ​ລາ, ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດຢູ່ ຫວຽດ​ນາມ, ໃນ​ຕອ​ນ​ບ່າຍ​ວັນ​ທີ 10/12, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຂໍ​ຂ​ອບ​ໃຈ​ສະ​ຫະ​ພັນ​ລັດ​ເຊຍ ທີ່​ໄດ້​ຊ່ວຍ​ເຫຼືອ ຫວຽດ​ນາມ ໃນ​ໄລ​ຍະ​ຕໍ່​ສູ້ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ, ໃນ​ນັ້ນ​ມີ​ວຽກ​ງານ​ສຶ​ກ​ສາບ​ຳ​ລ​ຸງ​ສ້າງ​ຢ່າງ​ລ່ຽນ​ຕິດ​​ນັບແຕ່​ແຕ່ກ​່ອນ​ມາ​ຮອດ​ປະ​ຈຸ​ບັນ. ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​​ຕໍ່​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ທູດ, ການ​ສຶກ​ສາ, ບຳ​ລຸງ​ສ້າງ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ລ​ະ​ຫວ່າງ 2 ປະ​ເທດ​​ໄດ້​ຮັບ​ການພັດ​ທະ​ນາ​ອັນ​ດີ​ງາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ມອບຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Andrei Kovtun ຍ້ອນ​​ການ​ປະ​ກອບ​ສ່ວນຢ່າງ​ຕັ້ງ​ໜ້າ​ໃນ​ກາ​ນ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ. ທ່ານ​ປະ​ທານ​ປະ​ເທດ ອວຍ​ພອ​ນ​​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່ ແລະ ມີ​ບັນ​ດາ​ການ​ເຄື​່ອນ​ໄຫວ​ປະ​ກອບ​ສ່ວ​ນຮັດ​ແໜ້ນ​ການ​ພົວ​ພັນ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Andrei Kovtun ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ: ໃນ​ອະ​ຍຸ​ການ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ. 2 ຝ່າຍ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ວຽກ​ງານ​​ອັນ​ໃຫຍ່ຫຼວງ, ໜັກ​ໜ່ວງ, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

 


ຂ່າວ/ບົດ​ອື່ນ