ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງ
ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ)


(vovworld) – ​ໂດ​ຍປະຕິບັດ​​ແຜນ​ການ​ພົບ​ປະ​ກັບ​ຜູ​້ມີ​ສິດ​ເລືອກ​ຕັ້ງ​ກ່ອນດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ວັນ​ທີ 12/10, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​ພ້ອມ​ກັບ​ບັນ​ດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຂດ​ເລືອກ​ຕັ້ງ​ເລກ 1, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໄດ​້ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1. ​ເມື່ອ​ແລກປ່ຽນ​ກັບ​​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ບັນຫາສ້າງ​ກົດ​ໝາຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ, ບັນດາກ​ອງປະຊຸມທີ່​ຜ່ານ​ມາ ​ໄດ້​ພິຈາລະນາ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ຫຼາຍ​ສະບັບ ນັ້ນ​ແມ່ນ​ຄວາມ​ຈຳ​ເປັນ​ຜັນ​ຂະຫຍາຍ​ຕາມ​ຈິດ​ໃຈ​ລັດຖະທຳ​ມະນູນປີ 2013. ກ່ຽວ​ກັບ​ວຽກ​ງານ​ພະນັກງານ, ​ໃນ​ນັ້ນມີ​ບຸກຄະລາ​ກອນສູນ​ກາງ​ຊຸດ​ທີ 13, ທ່ານ​ປະທານ​ປະ​ເທດ ຖື​ວ່າ, ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ສິດ​ຄັດ​ເລືອກ, ​ເປັນ​ເຈົ້າ​ການ​ປະກອບ​ຄຳ​ເຫັນ​ເພື່ອ​ຄັດ​ເລືອກ​​ໃຫ້​ຖືກ​ຕ້ອງ. ກ່ຽວ​ກັບ​ບັນຫາ​ເສດຖະກິດ​ສັງຄົມ, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ, ​ໃນ​ໄລຍະ 30 ປີຜ່ານມາ, ຫວຽດນາມ ບັນລຸ​ໄດ້ບັນດາ​ຜົນງານ​ຢ່າງ​​ໃຫຍ່​ຫຼວງ, ​ເສດຖະກິ​ດ​ໄດ້​ຮັບ​ການ​ພັດທະນາ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຍົກ​ສູງ​ຂຶ້ນ​ບົນ​ເວທີ​ສາກົນ. ​ໃນ​ສະພາບ​ຫວຽດນາມ ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາ​ງ, ຫວຽດນາມ ຕ້ອງການ​ມີ​ສັນຍາ​ເສດຖະກິ​ດສາກົນ​ຫຼາຍ​ສະບັບ, ​ພົ້ນ​ເດັ່ນ​ທີ່ສຸດ​ແມ່ນ​ສຳ​ເລັດ​ການ​ເຈລະຈາ​ສັນຍາການ​ຄ້າຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP), ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ.

        “​ເມື່ອ​ລົງ​ນາມ​ໃນ TPP ​ແລ້ວ, ບໍ່​ແມ​່ນຈະ​ໄດ​້ຮັບຜົນສຳ​ເລັດ​​ໃນ​ທັນທີ, ຫາກ​ພວກ​ເຮົາ​ເອງ​ຕ້ອງ​ສ້າງ​ພື້ນຖານ​ເສດຖະກິດ​ທີ່​ມີ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ມີປະສິດທິ​ຜົນ​ແກ່ງ​ແຍ້​ງສູງ. ຢາກ​ໄດ້​ຄື​​ແນວ​ນັ້ນ, ພວກ​ເຮົາ​ຕ້ອງ​ແກ້​ໄຂ, ປ່ຽນ​ແປງ​ແນວ​ຄິດ​ໃນ​ວຽກ​ງານ​, ນຳ​ໃຊ້​ວິທະຍາ​ສາດ, ​ເຕັກນິກ​ ​ແລະ ​ໃນ​ຕໍ​ໜ້າ​ແມ່ນ​ສະກັດ​ກັ້ນ​ການ​ຟຸ່ມ​ເຟືອຍ. ຍ້ອນ​ບັນດາ​ປະ​ເທດທີ່​ບັນລຸ​ຜົນສຳ​ເລັດ​ກໍ​ລ້ວນ​ແຕ່​ຕ້ອງ​ປະຢັດ. ສະ​ນັ້ນ, ພວກ​ເຮົາ​ຕ​້ອງພິຈາລະຈາ, ຮໍ່າຮຽນ​ຕາມ ​ເພື່ອ​ສາມາດ​ພັດທະນາ​ໄດ້”

ຂ່າວ/ບົດ​ອື່ນ