ປະທານປະເທດເຈືອງເຕີ໋ນຊາງພົບປະເຈລະຈາກັບເລຂາທິການໃຫຍ່ສປຊBanKimoon

ປະທານປະເທດເຈືອງເຕີ໋ນຊາງພົບປະເຈລະຈາກັບເລຂາທິການໃຫຍ່ສປຊBanKimoon - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ພົບ​ປະກັບ
​ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki – moon
(ພາບ: tranluu)

(vovworld) – ​ ວັນ​ທີ 24/9, ພາຍຫຼັງ​ໄປ​ຮອດ ນິວຢອກ, ສະຫະລັດ ອາ​ເມ​ລິ​ກາ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ (ສປຊ), ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki – moon ທີ່ສຳນັກງານ​ສະຫະ​ປະຊາ​ຊາດ. ທີ່​ກາ​ນພົບ​ປະ​ເຈ​ລະ​ຈາ, ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະ​ສັນ​ຖື​ວ່າ ກອງ​ປະຊຸມ​ສຸດ​ຍອດ ສະຫະ​ປະຊາ​ຊາດ ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ 2030 ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ພັດທະນາ​ຂອງ​ທຸກ​ປະ​ເທດ ​ແລະ ສະຫະ​ປະຊາ​ຊາດໃນ 15 ປີ​ຈະ​ມາ​ເຖິງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ຈາກ​ບົດຮຽນ​ປະຕິບັດ​ສຳ​ເລັດຫລາຍ​​ຈຸດໝາຍ​ສະຫັດ​ສະ​ວັດ, ຫວຽດນາມ ຕັດສິນ​ໃຈ​ນຳ​ທັດສະນະ​ພັດທະນາ​ແບບ​ຍືນ​ຍົງ​ກາຍ​ເປັນ​ກຳນົດ​ທິດ​​ເປັນປະຈຳ ​ແລະ ຍາວ​ນານ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ໜູນ​ຊ່ວຍ ຫວຽ​ດນາມ ປະຕິບັດ​ໂຄງການ​ດຳ​ເນີນ​ງານ 2030 ​ສຳ​ເລັດ​ຜົນ. ດ້ວຍ​ແຜນ​ນະ​ໂຍບາຍ​ເປັນ​ສະມາຊິກ​ຕັ້ງໜ້າ, ມີ​ຄວາມ​ຮັບຜິ​ກຊອບ​ຂອງ​ປະຊາ​ຄົມ​ສາກົນ, ຫວຽດນາມ ​ໃຫ້​ຄຳ​ໜັ້ນສັນຍາ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ມະນຸດ​ໃນ​ການ​ຮັບ​ມື​ກັບການປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ ກໍ​ຄື​ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ລະອຽດຕື່ມ​ອີກ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສະຫະ​ປະຊາ​ຊາດ. ທ່ານ Ban Ki – moon ​ເຊື່ອ​ໝັ້ນ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ຄາດໝາຍ​​ພັດທະນາ​ແບບ​ຍືນ​ຍົງໄລຍະ​ແຕ່​ນີ້​ຮອດ​ປີ 2030 ​ສຳ​ເລັດ​ຜົນ. ກ່ຽວຂ້ອງ​ເຖິງ​ບັນດາບັນຫາ​​​ພາກ​ພື້ນ ​ເຊິ່ງທັງ​ສອງ​ຝ່າຍຕ່າງ​​ມີ​ຄວາມ​ສົມ​ໃຈ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ສືບ​ຕໍ່​ມີ​ທັດສະນະສະໜັບສະໜູນ ​ແລະ ຊຸກຍູ້​ການ​ແກ້​ໄຂ​ບັນດາຄວາມ​ຂັດ​​ແຍ້​ງກັນດ້ວຍ​ສັນຕິ​ວິທີ​ ທີ່​ເໝາະ​ສົມກັບ​ກົດໝາຍ​ສາກົນ. ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki – moon ຢືນຢັນ​ວ່າ: ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ໄດ້​ຮັບ​ການແກ້​ໄຂ​ດ້ວຍ​ບັນດາມາດ​ຕະການ​ສັນຕິພາບ​, ບົນ​ພື້ນຖານ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ DOC, ກ້າວ​ໄປ​ເຖິງ COC.

ຂ່າວ/ບົດ​ອື່ນ