ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍງວຽນ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍງວຽນ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ ຢ້ຽມຢາມບໍລິສັດ​ Sam Sung
(ພາບ: baothainguyen.vn)


​​(vovworld) - ​ໃນ​ລະຫວ່າງ​ວັນ​ທີ 05 – 06/07, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ລົງ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ທ໋າຍ​ງວຽນ. ​ເມື່ອ​ລົງ​ຢ້ຽມຢາມຕາ​ແສງ ລາ​ບັ່ງ, ​​ເຂດພູ​ດອຍທາງ​ທິດຕາ​ເວັນ​ຕົກ​ຂອງ​ເມືອງ ດ້າຍ​ຕື່, ທ່ານ​ປະທານ​ປະ​ເທດ ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງຕາ​ແສງ ລາ​ບັ່ງ ຕ້ອງ​ເສີມ​ຂະ​ຫຍາຍທ່າ​ແຮງ​ໃນ​ການ​ປູກ​ຊາ, ພ້ອມ​ທັງ​ພັດທະນາ​ເສດຖະກິດ​ສວນ, ຕິດ​ພັນ​ກັບ​ການ​ນຳ​ໃຊ້​ວິທະຍາ​ສາດ​ເຕັກນິກ, ພັດທະນາຂະ​ແໜງ​ອາຊີບ​ໃໝ່​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ. ທ່ານ​ປະທານ​ປະ​ເທດ​ໄດ້​ລົງ​ກວດກາວິ​ສາ​ຫະກິດ 2 ​ແຫ່ງ​ທີ່ພວມ​ເຄື່ອນ​​ໄຫວ​ໃນ​ບໍລິ​ເວນ​ແຂວງ​ທ໋າຍ​ງວຽນ​ ​ນັ້ນແມ່ນ​ໂຮງງານ​ເອ​ເລ​ັກ​ໂຕ​ນິກ Sam Sung ທ໋າຍ​ງວຽນ ​ແລະ ບໍລິ​ສັດ​ຜະລິດຊັບພະຍາກອນ​ໂລຫະ ນຸຍຟ໋າວ. ທ່ານ​ປະທານ​ປະ​ເທດ ​ຊົມ​ເຊີຍ​ບໍລິສັດ​ Sam Sung ​ໄດ້​ເລືອກ​ຫວຽດນາມ ​ແມ່ນ​ສະຖານ​ທີ່​ລົງທຶນ​ຍຸດ​ທະ​ສາດ ​ແລະ ຢັ້ນຢືນ​ວ່າ ຍາມ​ໃດລັດຖະບານ​ຫວຽດນາມ ກໍໜູນ​ຊ່ວຍ​ເພື່ອ​ໃຫ້ Sam Sung ພັດທະນາ.

      ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ທາຍ​ງວຽນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ, ​ແຂວງ ທ໋າ​ຍງວຽນ ຕ້ອງ​ເອົາ​ໃຈ​ໃສ່​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ຍ້ອນ​ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ແຂ​ວງພັດ​ທະນາ​ໄວກວ່າ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ​້​ແຂວງ ທ໋າຍ​ງວຽນ ມາ​ນະພະ​ຍາ​ຍາມ​​ກວ່າ​ອີກໃນ​ການ​ດຶງ​ດູດ​ການ​ລົງທຶນ ​ແລະ ສ້າງ​ຕັ້ງ​ບັນດາ​ວິ​ສາ​ຫະກິດ​ຢູ່​ກັບ​ທີ​່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສຳຮອງ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, ​ດ້ວຍ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຫຼາຍ​ປີຜ່ານມາ, ທ໋າຍງວຽນ ອາດ​ສາມາດ​ສ້າງ​ຕັ້ງສູນ​ອຸດສາຫະກຳ​​ດ້ວຍ​ລະ​ກັບ​ສູງ​ກວ່າ​ໄດ້. ທ່ານ​ປະທານ​ປະ​ເທດ​ຖື​ວ່າ, ​ໃນ​​ໄລຍະ​ຈະ​ມາ​ເຖິງ, ທ໋າຍ​ງວຽນ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ບຳລຸງ​ສ້າງ​ຖັນ​ແຖວ​ນາຍ​ຊ່າງ​ທີ່​ມີ​ຊີ​ມືດີ, ມີຄວາມສາມາດ​ບົ່ມຊ້ອນ​ຢ່າງ​ພຽງພໍ​ເພື່ອ​ຕອບ​ສະໜອງ​ວິວັດ​ການ​ພັດທະນາ​ອຸສາ​ຫະກຳ.

ຂ່າວ/ບົດ​ອື່ນ