ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ - ảnh 1
ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ

(vovworld) – ວັນ​ທີ 19/8, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ໄດ້ລົງ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ແຂວງ ບັກ​ຢາງ. ​​ເມື່ອເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ, ທ່ານ​ປະທານ​ປະ​ເທດ ​​ເນັ້ນ​ໜັກ​ວ່າ: ​ໄປ​ຄຽງ​ຄູ່ກັບ​ການ​ພັດທະນາ​ກະສິກຳ, ​ແຂ​ວງຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ເຕີບ​ໂຕ​ໃນ​ຂົງ​ເຂດກະສິກຳ, ຍ້ອນ​ວ່າ​ນີ້​ມີ​ຄວາມ​ໝາຍ​ສັງຄົມ​ສຳຄັນ​ສຳລັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະສິກອນ​ປະກອບສ່ວນ​ຮັບປະກັນ​ຄວາມ​ໝັ້ນຄົງ​ໃນສັງຄົມ, ຮັບປະກັນ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດຖື​ວ່າ​ ​ແຂວງ ບັກ​ຢາງ ຄວນ​ສ້າງ​ບັນດາ​ຜະລິດ​ຕະພັນ​ມີ​​ເຄື່ອງໝາຍ​ການ​ຄ້າ​ສ້າ​ງການ​ເຕີບ​ໂຕ​ໃນ​ຂົງ​ເຂດກະສິກຳ.

    “​ການເຕີບ​ໂຕ​​ໃນ​ຂົງ​ເຂດກະສິກຳ​ກ່ຽວ​ຂ້ອງ​ເຖິງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຊິ່ງການກໍ່ສ້າງ​ຊົນນະບົດ​​ໃໝ່​ຈະນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ຊາວ​ກະສິກອນ. ປະສິດທິ​ຜົນ​ນຳ​ມາ​ເຊິ່ງປະ​ສິດທິຜົນ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ. ການ​ເຕີບ​ໂຕ​​ໃນ​ຂົງ​ເຂດກະສິກຳ​ຊ່ວຍ​ໃຫ້​ປະຊາຊົນ​ສ້າງ​ຄວາມ​ຮັ່ງມີ​ຢ່າງ​ແທດ​ຈິງ, ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ສັງຄົມ​ແມ່ນ​ເຮັດ​​ໃຫ້​ປະຊາຊົນ​ອູ່​ນ​ອ່ຽນ​ໃຈ, ສັງຄົມ​ມີສະຖຽນ​ລະ​ພາບ, ຈາກ​ນັ້ນ​ຈຶ່ງຮັບປະກັນການປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາ​ມສະຫງົບ​. ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ມີຄວາມ​​ເຊື່ອ​ໝັ້ນ​ຕໍ່ລະບອບ, ພັກ ​ແລະ ລັດ”

    ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ແຂວງ ບັກ​ຢາງ ດຶງ​ດູດ​ການ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ, ປ່ຽນ​ຜົນລະປູກສັດ​ລ້ຽງ​ຕິດ​ພັນ​ກັບການນຳ​ໃຊ້​ວິ​ທະຍາ​ສາດ, ​ເຕັກ​​ໂນ​ໂລ​ຢີ, ​ເຕັກນິກ​ການ​ປູກ​ໃໝ່, ​ເອົາ​ໃຈ​ໃສ່​ເຖິງ​ປັດ​ໄຈ​ຫັນ​ຕະຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຍ້ອນ​ວ່າ​ປະ​ເທດ​​ໄດ້ ​ແລະ ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ​ກັບ​ໂລກ ຈະ​ແມ່ນ​ກາລະ​ໂອກາດ ​ແລະ ກໍ່​ແມ່ນ​ການ​ທ້າ​ທາ​ຍ.



ຂ່າວ/ບົດ​ອື່ນ