ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງອານຢາງ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງອານຢາງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ຢູ່​ດ່ານ​ສາກົນ ຕິງບຽນ
(ພາບ: baoangiang.com.vn)

(vovworld) – ວັນ​ທີ 28/1, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ມີ​ການ​ຢ້ຽມ​ຢາມ ແລ​ະ ກວດ​ກາ​ສະ​ພາບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ແລະ ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ບໍ​ລິ​ເວນ​ແຂວງ ອານ​ຢາງ. ເຊິ່ງ​ແມ່ນ​ອູ່​ເຂົ້າ​ຂອງ​ທົ່ວ​ປະ​ເທດ, ດ້ວຍ​ເນື້ອ​ທີ່​ດິນ​ຜ​ະ​ລິດ​ກະ​ສິ​ກຳກວມ 80%, ແຂວງ ອານ​ຢາງ ໄດ້​ຮັບ​ຖື​ວ່າ​ແມ່ນ​ແຂວງ​ຈຸດ​ສຸມ​ຂອງ​ເຂດ​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ອານ​ຢາງ​ຍັງ​ມີ​ທີ່​ຕັ້ງ​ບົດ​ບາດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້. ທ່ານ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ຊອກ​ຮ​ູ້​ກ່ຽວ​ກັບ​ການ​ຫັນ​ປ່ຽນ​​ໂຄງ​ປະ​ກອບ​ກະ​ສິ​ກຳ ແລະ ໄປ​ກວດ​ກາ​ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ຕິງ​ບຽນ ບ່ອນ​ທີ່​ຕິດ​ກັບ​ເມືອງ Krivong, ແຂ​ວງ Takeo, ກຳ​ປູ​ເຈຍ. ເມື່ອ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ອານ​ຢາງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ: ​ອານ​ຢາງ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ໃຫ​້​ໄດ້, ​ສ້າງ​ການຫັນ​ປ່ຽນ​​ຢ່າງຕັ້ງ​ໜ້າ​ກ່ຽວ​ກັບ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ຊຸມ​ປີ​ຜ່ານ​ມາ​ປະ​ກອບ​ສ່ວນ​ສຳ​ຄັນ​ຈາກ​ກະ​ສິ​ກຳ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ສະ​ເໜີ​ວ່າ, ​ໃນ​ສະພາບ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງນັ້ນ, ບັນດາ​ອົງການ​ກ່ຽວຂ້ອງ​ພ້ອມ​ກັບ​ການ​ນຳ​ແຂວງ​ອານ​ຢາງ​ຄວນ​ກວດກາ​ຄືນ​ບັນດາ​ຜະລິດ​ຕະພັນ​ຕົ້ນຕໍ​ທີ່​ມີ​ທ່າ​ແຮງ​ເພື່ອ​ຫັນປ່ຽນ​ຢ່າງ​ຖືກ​ທິດ. ທ່ານ​ໃສ່​ໃຈ​ວ່າ, ອານ​ຢາງ ​ຄວນ​ຍູ້​ແຮງ​ການ​ຫັນປ່ຽນ​ອົງ​ປະກອບ​ຕິດ​ພັນ​ກັບ​ການ​ໝູນ​ໃຊ້​ວິທະຍາສາດ​ເຕັກນິກ, ປັບປຸງ​ແບບ​ວິທີ​ການ​ຜະລິດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ມູນ​ຄ່າ​ຜະລິດ​ຕະພັນ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ

ແລະ​ກໍ່​ໃນ​ການ​ຢ້ຽມຢາມ, ​ແລະ ​ເຮັດ​ວຽກ​ຢູ່​ອານ​ຢາງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ຢູ່​ດ່ານ​ສາກົນ ຕິ໊ງບຽນ, ທ່ານ​ປະທານ​ປະ​ເທດ​ໃສ່​ໃຈ​ວ່າ, ພະນັກງານ, ນັກຮົບປ້ອມ​ປ້ອງ​ກັນຊາ​ຍ​ແດນ​ຄວນ​ສືບ​ຕໍ່​ຮັກສາ​ສາຍ​ພົວພັນ​ທີ່​ດີ​ກັບ​ເພື່ອນ​ມິດ​ກຳປູ​ເຈຍ, ພ້ອມ​ທັງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ, ຊ່ວຍ​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເຂົ້າ​ຮ່ວມ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ຕັ້ງໜ້າ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ໂອກາດ​ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ທ່ານ​ປະທານ​ປະ​ເທດ​ໄດ້​​ໄປ​ຢ້ຽມຢາມ​ສຳນັກສັງຄະ​ລາດ​ລອງ​ຊວຽນ, ຢື້​ຢາມ​ຖາມ​ຂ່າວ​ບັນດາ​ຍົດ​ສັກ​ຊາວ​ຄິດ ​ແລ ຊີວິດ​ຂອງ​ຊາວ​ຄິດ, ທ່ານ​ປະທານ​ສະ​ແດງ​ຄວາມ​ປາຖະໜາ​ວ່າ​ສັງຄະ​ນາຍົກ ສືບ​ຕໍ່​ເບິ່ງ​ແຍງ​ຊີວິດ​ຂອງ​ຊາວ​ຄິດ, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ປະກອບສ່ວນ​ກໍ່ສ້າງ​ເຂດ​ຊາວ​ຄິດ​ໃຫ້​ຮັ່ງມີ​ສວຍ​ງາມ. ທ່ານ​ປະທານ​ຫວັງ​ວ່າ, ບັນດາ​ຍົດ​ສັກ​ສາສະໜາ​ຄິດ​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ.

ຂ່າວ/ບົດ​ອື່ນ