ປະທານປະເທດເຈືອງເຕີ໋ນຊາງສົ່ງຈົດໝາຍເຖິງເຍົາວະຊົນ,ອະນຸຊົນເນື່ອງໃນໂອກາດບຸນວັນເພງເດືອນ8

ປະທານປະເທດເຈືອງເຕີ໋ນຊາງສົ່ງຈົດໝາຍເຖິງເຍົາວະຊົນ,ອະນຸຊົນເນື່ອງໃນໂອກາດບຸນວັນເພງເດືອນ8 - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ
ກັບບັນດານ້ອງອະນຸຊົນ
(ພາບ: ອິນເຕີນແນັດ)

(vovworld) – ​ ​ເນື່ອງ​ໃນ​ໂອກາດ​ບຸນວັນ​ເພງ​ເດືອນ 8 ປີ 2015, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເຖິງ​ເຍົາວະ​ຊົນ, ອະນຸຊົນ ທົ່ວ​ປະ​ເທດ. ​ ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ອວຍພອນ​​ໃຫ້ພວກ​ຫຼານ​​ໄດ້ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8 ​ໃນ​ຄວາມ​ເບີກບານ, ມ່ວນ​ຊື່ນ, ​​ເຕັມ​ໄປ​ດ້ວຍ​ຄວາມ​ສາມັກ​ຄີ, ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ປາດ​ຖະໜາ​ວ່າ, ພວກ​ຫຼານ ຍາມ​ໃດ​ກໍ​ເປັນ​ເດັກ​ຄຳຮູ້, ດຸ​ໝັ່ນ​ຂະຫຍັນ​ພຽນ, ຮຽນ​ເກັ່ງ, ​ໃນ​ອະນາຄົດ​ຈະກາຍ​ເປັນ​ບັນດາພົນລະ​ເມືອງທີ່ມີ​ປະ​ໂຫຍ​ດ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​​ໃຫ້ນັບ​ນື້ນັບ​ຮັ່ງມີ ​ແລະ ສວຍ​ງາມ.

 

 

ຂ່າວ/ບົດ​ອື່ນ