ປະທານປະເທດເຈືອງເຕີນຊາງ:ຫວຽດນາມພ້ອມແລ້ວທີ່ຮ່ວມມືຫຼາຍດ້ານດັບສປປ.ເກົາຫຼີ

ປະທານປະເທດເຈືອງເຕີນຊາງ:ຫວຽດນາມພ້ອມແລ້ວທີ່ຮ່ວມມືຫຼາຍດ້ານດັບສປປ.ເກົາຫຼີ - ảnh 1
ລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ ແລະ ລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບປະກອບ)

(vovworld) –  ຕອນ​ບ່າຍ​ວັນ​ທີ 7/8, ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ Ri Su Yong ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຫວຽດນາມ ຍາມ​​ໃດ​ກໍ່ຖື​ການ​ພົວພັນ​ທຸກ​ດ້ານ​ກັບ ສປປ ​ເກົາຫຼີ ​ເປັນ​ສຳຄັນ, ພ້ອມ​ທັງ​ຂອບ​ອົກ​ຂອບ​​ໃຈ​ການ​ສະໜັບສະ​ໜູນ​ຂອງ ສປປ ​ເກົາຫຼີ​ ສຳລັບ​ແນວທາງ​ນະ​ໂຍບາຍ​ພາຍ​​ໃນ​ປະ​ເທດ, ຕ່າງປະ​ເທດ ຂອງ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ: 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ພັກ ​ແລະ ລັດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ​ເມື່ອ​​ແບ່ງປັນ​ບົດຮຽນ​ຂອງ ຫວຽ​ດນາມ ​ໃນ​ການ​ສ້າງສາ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ພ້ອມ​​ແລ້ວ​ທີ່​ຈະ​ແລກປ່ຽນ ​ແລະ ຮ່ວມ​ມື​ຫຼາຍ​ດ້ານ​ກັບ ສປປ ​ເກົາຫຼີ ​ເພື່ອ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

    ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ Ri Su Yong ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ຢູ່ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ ກໍ່​ຖື​ວ່າ: ຫວຽດນາມ ​ແລະ ສປປ ​ເກົາຫຼີ ຄວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ.

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນດຽວ​ກັນ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ​ເລ​ຮົ່ງ​ແອ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ Ri Su Yong.


ຕອບກັບ

ຂ່າວ/ບົດ​ອື່ນ